ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີຫວຽດນາມໃຫ້ການຕອນຮັບທ່ານ Alexander Bugayev ປະທານອົງການຊາວໜຸ່ມແຫ່ງສະຫະພັນລັດເຊຍ (ພາບ: VGP/ຫ໋າຍມິງ)
ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ຕີລາຄາສູງຕໍ່ ຄະນະກຳມະການຊາວໜຸ່ມແຫ່ງຊາດຫວຽດນາມແລະອົງການຊາວໜຸ່ມແຫ່ງສະຫະພັນລັດເຊຍທີ່ຫາກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2019-2022 ດ້ວຍບັນດາເນື້ອໃນແທດຈິງທີ່ກ່ຽວພັນເຖິງການພົວພັນແລກປ່ຽນລະຫວ່າງການນຳໜຸ່ມ, ການພົວພັນແລກປ່ຽນເຍົາວະຊົນ, ການຮ່ວມມືກັບນັກທຸລະກິດໜຸ່ມ, ຊາວໜຸ່ມອາສາສະໝັກ, ອັນໄດ້ໄຂໄລຍະໃໝ່ແຫ່ງການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ. ທ່ານຮອງນາຍົກລັດຖະມົນຕີສະເໜີວ່າ: ໃນໄລຍະທີ່ຈະມາເຖິງນີ້, ອົງການຮັບຜິດຊອບວຽກຊາວໜຸ່ມສອງປະເທດເວົ້າສະເພາະ ຈະສືບຕໍ່ມີບັນດາກິດຈະກຳທີ່ແທດຈິງເພື່ອສືບຕໍ່ເພີ່ມພູນຄູນສ້າງນຳ້ໃຈສາມັກຄີແລະການຮ່ວມມືລະຫວ່າງສອງຊາດ.
ສ່ວນທ່ານ Alexander Bugayev ໄດ້ເນັ້ນໜັກວ່າການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2019-2022 ຈະເປັນພື້ນຖານເພື່ອໃຫ້ຊາວໜຸ່ມສອງປະເທດຊຸກຍູ້ການພົວພັນຮ່ວມມືໃນໄລຍະທີ່ຈະມາເຖິງ./.
(ແຫຼ່ງຄັດຈາກ VOV)