ຕອນບ່າຍວັນທີ 26 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ກັບບັນດາປະເທດເອີລົບຕາເວັນອອກກາງ. ດ້ວຍຫົວຂໍ້ “ຮັດແໜ້ນນ້ຳໃຈມິດຕະພາບ - ເພີ່ມທະວີການຮ່ວມມື - ມຸ່ງໄປເຖິງອະນາຄົດ”. ປະຈຸບັນ, ການພົວພັນ ຫວຽດນາມ ແລະ ບັນດາປະເທດເອີລົບຕາເວັນອອກກາງ ພວມພັດທະນາຢ່າງແຮງໃນຫຼາຍຂົງເຂດ, ຈາກການເມືອງ, ການທູດ, ເສດຖະກິດ, ການສຶກສາບຳລຸງສ້າງ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ນາງ ເລທິທູຮັ່ງ, ຕີລາຄາວ່າ:
“ໂດຍບໍ່ຫົວຊາຕໍ່ສະພາບການສາກົນທີ່ພວມສັບສົນ ແລະ ສະພາບການຢູ່ແຕ່ລະປະເທດ, ພວກເຮົາຍັງຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຍືນຍົງ. ໃນຕະຫຼອດໄລຍະ ¾ ທົດສະວັດນັ້ນ, ພວກເຮົາໄດ້ພ້ອມກັນສ້າງສາ ແລະ ຮັກສານ້ຳໃຈມິດຕະພາບ ໂດຍອີງໃສ່ບັນດາເສົາຄ້ຳແມ່ນຄຸນຄ່າລວມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈ, ການສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍເຊິ່ງກັນແລະກັນ”.
ຫວຽດນາມ ຖືບັນດາປະເທດເອີລົບຕາເວັນອອກກາງ ແມ່ນຂົວເຊື່ອມຕໍ່ສຳຄັນ ເພື່ອຊຸກຍູ້ການພົວພັນກັບສະຫະພາບເອີລົບ (ອີຢູ), ເສີມຂະຫຍາຍທ່າແຮງຂອງສັນຍາການຄ້າເສລີ ຫວຽດນາມ - ອີຢູ. ໃນຂະນະນັ້ນ, ຫວຽດນາມ ກໍ່ໄດ້ຮັບຖືວ່າແມ່ນປະຕູເພື່ອໃຫ້ບັນດາປະເທດເອີລົບຕາເວັນອອກກາງ ເຂົ້າໃກ້ກັບພາກພື້ນ ອາຊີ - ປາຊີຟິກ ແລະ ອາຊຽນ.