• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີມທະວີການຮ່ວມມືວຽກງານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ

      ກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງລາຍການໜູນຊ່ວຍຍົກລະດັບກຳລັງຄວາມສາມາດ ຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ສະຫງວນໃຫ້ກອງທັບອາກາດ ຫວຽດນາມ.

ທ່ານພົນໂທ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານພົນເອກ Yoshinari Marumo  ຫົວໜ້າເສນາທິການກຳລັງປ້ອງກັນອາກາດ ຍີ່ປຸ່ນ (ພາບ:ກວກຈິງ)
      ຕອນບ່າຍວັນທີ 7 ມັງກອນ, ທີ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Yoshinari Marumo  ຫົວໜ້າເສນາທິການກຳລັງປ້ອງກັນອາກາດ ຍີ່ປຸ່ນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຊີ້ແຈ້ງວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງລາຍການໜູນຊ່ວຍຍົກລະດັບກຳລັງຄວາມສາມາດ ຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ສະຫງວນໃຫ້ກອງທັບອາກາດ ຫວຽດນາມ. ທ່ານພົນໂທ ຟານວັນຢາງ ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົບປະເຈລະຈາກ່ອນໜ້ານີ້ ລະຫວ່າງ ທ່ານພົນເອກ Yoshinari Marumo  ແລະ ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ ຫວຽດນາມ, ພ້ອມນັ້ນກໍ່ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມທີ່ຈະສ້າງທຸກເງື່ອນໄຂອັນສະດວກເພື່ອໃຫ້ກຳລັງທະຫານປ້ອງກັນອາກາດທັງສອງປະເທດ ປະຕິບັດບັນດາເນື້ອໃນທີ່ໄດ້ເປັນເອກະພາບກັນຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
ສ່ວນທ່ານພົນເອກ Yoshinari Marumo  ກໍ່ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ຈະເປີດກາລະໂອກາດໃນການຮ່ວມມືໃໝ່ຫຼາຍຢ່າງ ລະຫວ່າງ ກຳລັງປ້ອງກັນອາກາດສອງປະເທດເວົ້າສະເພາະ ແລະ ກອງທັບສອງປະເທດເວົ້າລວມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top