ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບພ້ອມສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພວມປະຕິຮູບ ແລະ ຈະມີການປະຕິຮູບຫຼາຍກວ່າອີກ, ບັນດາອົງການກໍສືບຕໍ່ດຳເນີນການຫັນປ່ຽນຢ່າງແຮງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາວິສາຫະກິດ ອາເມເມລິກາ ສືບຕໍ່ມີສຽງເວົ້າອັນຕັ້ງໜ້າກັບລັດຖະບານ ອາເມລິກາ, ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ໃນການເຈລະຈາກັບບັນດາອົງການຂອງ ອາເມລິກາ ເພື່ອບັນລຸໄດ້ຂໍ້ຕົກລົງລະອຽດກ່ຽວກັບພາສີອາກອນສົມທົບສຳລັບສິນຄ້າແຕ່ລະປະເພດໃຫ້ເໝາະສົມໂດຍໄວ, ມຸ່ງໄປເຖິງການບັນລຸໄດ້ວົງເງິນການຄ້າທີ່ເປັນປົກກະຕິ, ກົມກຽວ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບສະດວກ ດ້ວຍບັນດາຄຳໝັ້ນສັນຍາ, ວິໄສທັດ ແລະ ການກະທຳຢ່າງແຮງຂອງຝ່າຍ ຫວຽດນາມ, ພິເສດ ແມ່ນການປະຕິວັດປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືລົງທຶນ, ຜະລິດ, ດຳເນີນທຸລະກິດໃນໄລຍະຍາວນານກັບ ຫວຽດນາມ ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)