• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນ DK1 - ບັນ​ດາ “ກຳ​ແພ​ງ​ອັນ​ໝັ້ນ​ແກ່ນ” ຢູ່​ໄຫຼ່​ທະ​ວີບ

ກ່ອນນີ້ 36 ປີ, ວັນທີ 5 ກໍລະກົດ 1989, ສູນ DK1 ຫຼືຍັງເອີ້ນວ່າ ເຂດບໍລິການເສດຖະກິດ - ວິທະຍາສາດເຕັກນິກ ແຫ່ງທຳອິດໄດ້ຮັບການກໍ່ສ້າງຂຶ້ນຢູ່ເຂດໄຫຼ່ທະວີບທາງທິດໃຕ້ ຫວຽດນາມ. ປ້ອງກັນບັນດາ “ກຳແພງອັນໝັ້ນແກ່ນ” ຢູ່ກາງທະເລນັ້ນ ແມ່ນທະຫານກອງພັນນ້ອຍ DK1, ກອງບັນຊາການທະຫານເຂດ 2 ກອງທັບເຮືອ ຫວຽດນາມ. 36 ປີທີ່ຜ່ານພົ້ນໄປ, ໂດຍຜ່ານຜ່າທຸກພາຍຸລົມແຮງ, ທະຫານ, ນັກຮົບແຕ່ລະຄົນຢູ່ສູນ DK1 ຍາມໃດກໍມີຄວາມອົງອາດກ້າຫານປ້ອງກັນອະທິປະໄຕເຂດທະເລ, ໄຫຼ່ທະວີບທາງທິດໃຕ້ຂອງ ຫວຽດນາມ.
ການເຊື່ອມຊຶມໜ້າທີ່ໃນສູນ DK1

ຢູ່ກາງທະເລທີ່ກວ້າງໃຫຍ່ໄພສານ, ສູນ DK1 ປະກົດຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ໄຫຼ່ທະວີບທາງທິດໃຕ້. ຊີວິດການເປັນຢູ່ຂອງບັນດາທະຫານຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຫຼ່ງນ້ຳຈືດມີໜ້ອຍ, ສະບຽງອາຫານສ່ວນໃຫຍ່ໄດ້ຮັບຈາກບັນດາກ່ຳປັ່ນສະໜອງສິນຄ້າຂອງກົມກອງທະຫານເຮືອ. ທ່ານ ຮ້ອຍຕີ ຫງວຽນຮຸຍຮວ່າງ, ຮອງຫົວໜ້າຜູ້ບັນຊາການສູນ DK1/9 ໃຫ້ຮູ້ວ່າ:

ການປະຕິບັດໜ້າທີ່ຢູ່ສູນ DK1 ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄືຄື້ນທະເລລົມແຮງ, ຢູ່ຫ່າງໄກຈາກດິນຕໍ່ແຜ່ນ, ໂດດດ່ຽວແລ້ວຄວາມຂາດແຄນແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້. ແຕ່ຢູ່ບ່ອນພາຍຸລົມແຮງນີ້ ໄດ້ຝຶກຝົນຫຼໍ່ຫຼອມໃຫ້ພວກຂ້າພະເຈົ້າກາຍເປັນຄົນມີເຈດຈຳນົງໝັ້ນແກ່ນແທ້. ພະນັກງານ, ນັກຮົບຢູ່ສູນ DK1 ຍາມໃດກໍມີຄຸນທາດການເມືອງອັນໝັ້ນແກ່ນ, ເຈດຈຳນົງຄວາມຕັດສິນໃຈສູງ ແລະ ຈິດໃຈຕໍ່ສູ້ອັນແຮງກ້າ ແລະ ຂ້ຽວຂາດ ເພື່ອປົກປັກຮັກສາປະເທດຊາດ”.

ຢູ່ກ້ອງລ່າງແມ່ນທະເລ, ຢູ່ເທິງຫົວແມ່ນທ້ອງຟ້າສູງ, ເຂົາເຈົ້າດຳລົງຊີວິດໃນສູນທີ່ມີເສົາສູງ. ເຖິງວ່າໃນຊຸມວັນທີ່ຄື້ນທະເລຂຶ້ນສູງ, ລົມແຮງ ເຖິງວ່າຈະຫຍຸ້ງຍາກເທົ່າໃດ, ບັນດາທະຫານຢູ່ສູນກໍມີແນວຄວາມຄິດອັນຕັ້ງໜ້າ, ສາມັກຄີກັນປະຕິບັດສຳເລັດໜ້າທີ່ເປັນຢ່າງດີ.

“ເມື່ອປະຕິິບັດໜ້າທີ່ ຢູ່ສູນພວກຂ້າພະເຈົ້າໄດ້ກຳນົດວ່າ ຕ້ອງຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. “ຍັງມີທະຫານ,ສູນກໍຍັງຄົງຕົວ”

“ຢູ່ສູນ, ພະນັກງານນັກຮົບໝົດທຸກຄົນ ຍາມໃດກໍມານະພະຍາຍາມ, ກຳແໜ້ນໜ້າທີ່, ເສີມຂະຫຍາຍມູນເຊື້ອຂອງທະຫານລຸງໂຮ່ ແລະ ທະຫານເຮືອ ຫວຽດນາມ. ການທີ່ໄດ້ປະຕິບັດໜ້າທີ່ປົກປັກຮັກສາໄຫຼ່ທະວີບນັ້ນ ແມ່ນຄວາມເອກອ້າງທະນົງໃຈ. ພວກຂ້າພະເຈົ້າປະຕິບັດຕາມທິດນຳທີ່ວ່າ “ຍັງມີທະຫານ, ເຮືອນຮ້ານກໍຍັງຄົງຕົວ”.

ຈາກສູນ3 ແຫ່ງທຳອິດທີ່ໄດ້ກໍ່ສ້າງຂຶ້ນເມື່ອປີ 1989, ມາຮອດປັດຈຸບັນ, ໄດ້ມີສູນທັງໝົດ 20 ແຫ່ງແລ້ວ. ເຖິງຢ່າງໃດກໍຕາມ, ນີ້ກໍແມ່ນເຂດທີ່ມີເງື່ອນໄຂດິນຟ້າອາກາດ, ອຸທົກກະສາດຮ້າຍແຮງເປັນພິເສດ, ມັກເກີດມີຄວາມດັນອາກາດຕ່ຳເຂດຮ້ອນ ແລະ ພາຍຸແຮງ. ຢູ່ທີ່ນີ້ເຄີຍມີຄື້ນທະເລສູງເຖິງ 13 – 15 ແມັດ ດ້ວຍກຳລັງຄວາມສາມາດທຳລາຍຢ່າງຮ້າຍແຮງ. ມີສູນ 5 ແຫ່ງຖືກພາຍຸພັດຖະຫຼົ່ມ, ພະນັກງານ, ນັກຮົບ 11 ຄົນ ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານຢູ່ກາງທະເລສີຂຽວນັ້ນ ໂດຍບໍ່ມີວັນຫວນກັບຄືນເມື່ອອາຍຸຍັງໜຸ່ມແໜ້ນ.

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ບ່ອນມັກເກີດພາຍຸລົມແຮງ ແຕ່ພະນັກງານ, ນັກຮົບໃນສູນ ກໍເວນຍາມປະຈຳທັງເວັນ ແລະ ຄືນ, ສົມທົບກັບບັນດາກຳລັງອື່ນຢ່າງແໜ້ນແຟ້ນ ເພື່ອສ້າງແນວຮົມອັນໝັ້ນແກ່ນ, ຮັບປະກັນຄວາມປອດໄພໃຫ້ແກ່ບັນດາສູນ ແລະ ຂົງເຂດທີ່ໄດ້ຮັບການມອບໝາຍ. ທ່ານພັນເອກ  ເຈິ່ນແມ້ງຈຽນ, ຫົວໜ້າການເມືອງທະຫານເຮືອເຂດ 2 ກອງທັບເຮືອ, ຢັ້ງຢືນວ່າ: ການເສຍສະຫຼະຂອງບັນດາພະນັກງານ, ນັກຮົບ DK1 ໄດ້ກາຍເປັນສັນຍາລັກອັນດີງາມອັນສູງສົ່ງ; ກາຍເປັນ "ຫຼັກໝາຍ” ອະທິປະໄຕອັນສັກສິດອຳມະຕະ, ສະຫງ່າຜ່າເຜີຍຢູ່ກາງທະເລ.

ດ້ວຍເຈດຈຳນົງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແກ້ໄຂທຸກຄວາມຫຍຸ້ງຍາກອັນຕະລາຍ, ນັກຮົບສູນ DK1 ລຸ້ນຕ່າງໆ ກໍໄດ້ຢືນຢູ່ຫົວພາຍຸລົມແຮງຢ່າງໝັ້ນແກ່ນ, ໂດຍສະແດງໃຫ້ເຫັນຄວາມຈົງຮັກພັກດີຢ່າງມະຫາສານທີ່ມີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ. “ທະຫານຍັງ, ສູນກໍຍັງຄົງຕົວ”, ນັ້ນແມ່ນຄວາມຕັດສິນໃຈກະທຳຂອງທະຫານ ເມື່ອປະເຊີນໜ້າກັບຄວາມຫຍຸ້ງຍາກ. ຖ້າເວົ້າກ່ຽວກັບຄຸນທາດການເມືອງ, ເຈດຈຳນົງອັນແຮງກ້າຂອງພະນັກງານ, ນັກຮົບສູນ DK1, ອາດເວົ້າສັ້ນໆວ່າ: ຍາມໃດກໍກຽມພ້ອມໃນທຸກສະຖານະການ”.

36 ປີໄດ້ຜ່ານພົ້ນໄປ, ພະນັກງານ, ນັກຮົບກອງພັນນ້ອຍ DK1 ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງບັນດາ “ກຳແພງເຫຼັກ” ຢູ່ກາງມະຫາສະໝຸດ, ກາຍເປັນສັນຍາລັກອັນໃສແຈ້ງຂອງນ້ຳໃຈຮັກຊາດ, ເຈດຈຳນົງອົງອາດກ້າຫານ ແລະ ນ້ຳໃຈຈົງຮັກພັກດີຕໍ່ປະເທດຊາດ”.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top