ຂ່າວສານ
ເປີດຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ - ອາບຟຼິກກາໃຕ້
ທ່ານ ຫງວຽນຮົ່ງຢຽນ ໄດ້ຕີລາຄາສູງບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນຂົງເຂດເສດຖະກິດ, ການຄ້າ ລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ວົງເງິນການຄ້າສອງສົ້ນປີ 2025 ບັນລຸ 1,3 ຕື້ USD, 7 ເດືອນຕົ້ນປີ 2026 ບັນລຸກວ່າ 1,7 ຕື້ USD, ເພີ່ມຂຶ້ນ 45%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ນຳອາບຟຼິກກາໃຕ້ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 2 ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ອາບຟຼິກກາ. ກົງກັນຂ້າມ, ຫວຽດນາມ ກໍ່ແມ່ນຄູ່ຮວ່ມມືທາງການຄ້າໃຫຍ່ອັນດັບທີ 5 ຂອງ ອາບຟຼິກກາໃຕ້ ຢູ່ ອາຊຽນ. ທ່ານ ຫງວຽນຮົ່ງຢຽນ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ອາບຟຼິກກາໃຕ້ມາ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານກໍ່ສະເໜີບັນດາອົງການທີ່ມີບົດບາດໜ້າທີ່ຂອງອາບຟຼິກກາໃຕ້ສ້າງເງື່ອນໄຂສະດວກຄ້າຍຄືກັນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເມື່ອມາອາບຟຼິກກາໃຕ້ຊອກຮູ້ໂອກາດລົງທຶນ.






