• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ ໃນເງື່ອນໄຂປົກກະຕິໃໝ່ນັບແຕ່ວັນທີ 15 ມີນາ

ວັນທີ 16 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບການເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນສະພາບປົກກະຕິໃໝ່ ນັບແຕ່ວັນທີ 15 ມີນາ 2022.
ພາບປະກອບ: TTXVN

 ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮັບຜິດຊອບ ແລະ ສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງເປັນເອກະພາບທາງດ້ານເນື້ອໃນ, ຂໍ້ກຳນົດຕ້ອນຮັບແຂກທ່ອງທ່ຽວສາກົນ; ປັບປຸງໃຫ້ສົມບູນແບບ ແລະ ປະກາດວິທີເປີດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໂດຍດ່ວນ, ມີຄຳແນະນຳຢ່າງລະອຽດເພື່ອໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຕ້ອງເຮັດວຽກຢ່າງລະອຽດກັບກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອມີບົດລາຍງານລະອຽດຕໍ່ລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບນະໂຍບາຍວິຊາໃຊ້ສຳລັບແຂກທ່ອງທ່ຽວສາກົນ ທີ່ເຂົ້າເມືອງ ຫວຽດນາມໂດຍໄວ.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top