• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເທື່ອທຽນເຫ້ວໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ

      ຕອນຄ່ຳວັນທີ 16 ພຶດສະພາ ຢູ່ ເມືອງເຂດພູດອຍ ອາເລືອຍ ໄດ້ໄຂວັນບຸນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າ ເຂດພູດອຍແຂວງ ເທື່ອທຽນເຫ້ວ ຄັ້ງທີ 12. 
ການແຂ່ງຂັນກິລາໃນງານບຸນ
ພາບ:ອິນເຕີແນັດ
      ວັນບຸນ ໄດ້ດຳເນີນແຕ່ວັນທີ 15 – 17 ພຶດສະພາ ໄດ້ເຕົ້າໂຮມນັກສະແດງ, ນັກກິລາເກືອບ 500 ຄົນ ທີ່ມາຈາກບັນດາເຜົ່າສ່ວນຫນ້ອຍ ຂອງ 5 ເມືອງ ແລະ ເທດສະບານໃນບໍລິເວນແຂວງ. ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງ  2 ປີເທື່ອຫນຶ່ງ. ໃນໂອກາດນີ້, ພະແນກວັດທະນະທຳກິລາ ແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອຮັບໃຊ້ປະຊາຊົນບັນດາເຜົ່າສ່ວນຫນ້ອຍ ແລະ ນັກທ່ອງທ່ຽວ. ທ່ານ ກາວຈີຫາຍ, ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ:
        ບັນດາການເຄື່ອນໄຫວຄັ້ງນີ້ແມ່ນອຸດົມສົມບູນ ດ້ວຍນັກສະແດງ ແລະ ນັກກິລາເກືອບ 400 ຄົນ. ຄຽງຄູ່ກັນນັ້ນ ບັນດາເມືອງດັ່ງກ່າວກໍ່ໄດ້ສົ່ງເສີມການທ່ອງທ່ຽວ, ໃນນັ້ນ ມີງານບຸນເຂົ້າໃຫມ່ຂອງປະຊາຊົນທ້ອງຖິ່ນ ແລະ ການເຄື່ອນໄຫວຈຳນວນຫນຶ່ງກ່ຽວກັບອາຫານການກິນທີ່ອຸດົມສົມບູນ. ການເຄື່ອນໄຫວຄັ້ງນີ້ໄດ້ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
 (ແຫຼ່ງຄັດຈາກ VOV)
 
 

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top