• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດັດດຽວຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ປະຕິການ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

      ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 3 ຊຸດທີ 9, ໄດ້ຈັດຂຶ້ນເມື່ອຕອນເຊົ້າວັນທີ 22 ທັນວາຢູ່ຮ່າໂນ້ຍ

ພາບ: thanhuytphcm.vn
      ກ່າວຄຳເຫັນທີ່ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 3 ຊຸດທີ 9, ຈັດຂຶ້ນເມື່ອຕອນເຊົ້າວັນທີ 22 ທັນວາຢູ່ຮ່າໂນ້ຍ, ທ່ານຜູ້ປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເຈິ່ນກວັກເວື້ອງ ສະເໜີວ່າ: ແນວໂຮມປະເທດຊາດ ຕ້ອງເປັນເຈົ້າການ, ຕັ້ງໜ້າຫຼາຍກ່ວາອີກ ໃນວຽກງານຂົນຂວາຍປະຊາຊົນທຸກຊັ້ນຄົນ ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ຮ່ວມແຮງຮ່ວມໃຈປະກອບພູມປັນຍາ ແລະ ຄວາມສາມາດໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ວັດທະນາຖາວອນ. ທ່ານສະເໜີຕ້ອງສ້າງກົນໄກເພື່ອໃຫ້ປະຊາຊົນຕິດຕາມດວກາ, ເລືອກຕັ້ງຖືກຄົນ ຕໍ່ໜ້າການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ. ທ່ານ ເຈິ່ນກວັກເວື້ອງ ກ່າວວ່າ:
 ຕ້ອງຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດ ແລະ ເຮັດໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ. ຕ້ອງປະຕິບັດບົດບາດ ໜ້າທີ່ຂອງແນວໂຮມປະເທດຊາດຫວຽດນາມ ເປັນຢ່າງດີ ໃນການປະຕິບັດການເຈລະຈາ ຄັດເລືອກ, ແນະນຳຜູ້ທີ່ມີມາດຕະຖານຄົບຖ້ວນ ສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນຂັ້ນຕ່າງໆ.
ທ່ານ ເຈິ່ນກວັກເວື້ອງ ຍັງສະເໜີໃຫ້ແນວໂຮມປະເທດຊາດ ຕ້ອງເດັດດຽວຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ປະຕິການ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top