ເວທີປາໄສການຄ້າຍືນຍົງ ແລະ ນະວັດຕະກຳ ຫວຽດນາມ - ສິງກະໂປ ໄດ້ຈັດຂຶ້ນໃນວັນທີ 01 ສິງຫາ, ຢູ່ສຳນັກງານສະຫະພັນຜະລິດ ສິງກະໂປ (SMF). ເຫດການໄດ້ສ້າງຂີດໝາຍກ້າວໄປເຖິງບາດກ້າວໃໝ່ໃນການຮ່ວມມືດ້ານເສດຖະກິດດີຈີຕອນ, ການຫັນເປັນສີຂຽວລະຫວ່າງ 2 ປະເທດ.
ຈຸດເດັ່ນຂອງເວທີປາໄສແມ່ນການເປີດຕົວເວັບໄຊແລກປ່ຽນການຄ້າເອເລັກໂຕນິກ Vietnamsgp.arobid.com, ພື້ນຖານ B2B 2 ຝ່າຍທຳອິດລະຫວ່າງ ຫວຽດນາມ ແລະ ສິງກະໂປ. ພື້ນຖານນີ້ຈະຊ່ວຍໃຫ້ວິສາຫະກິດ 2 ປະເທດຊອກຫາຄູ່ຮ່ວມມື, ລົງນາມໃນສັນຍາການຄ້າ ແລະ ວາງສະແດງຜະລິດຕະພັນທາງອິນເຕີເນັດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Lennon Tan, ປະທານ SMF ໃຫ້ຂໍ້ສັງເກດວ່າ, 2 ພື້ນຖານເສດຖະກິດ ຫວຽດນາມ ແລະ ສິງກະໂປ ແມ່ນການເພີ່ມເຕີມເປັນປົກກະຕິ ແລະ ຕັ້ງໜ້າໃຫ້ແກ່ກັນ. ເລື່ອງສະເໜີຕົວພື້ນຖານການຄ້າເອເລັກໂຕນິກ B2B ຫວຽດນາມ - ສິງກະໂປ ຈະນຳມາເຊິ່ງຜົນກຳໄລຫຼາຍຢ່າງ, ຄື: ຄວາມເສລີໃນການແລກປ່ຽນ ແລະ ຊອກຫາຜູ້ອອກແຮງງານ; ການຊຳລະດ້ວຍສະກຸ່ນເງິນຂອງຫຼາຍປະເທດ; ເຊື່ອມຕໍ່ອັດສະລິຍະ