ຂ່າວສານ
ເຊີດຊູວັນແພດໝໍ, ພະນັກງານການແພດທີ່ເດັ່ນ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ (27/02)
ໂດຍຕາງໜ້າໃຫ້ການນຳພັກ, ລັດ, ຜູ້ຮັກສາການປະທານປະເທດ ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງຖັນແຖວແພດໝໍ, ພະນັກງານພາລະກອນການແພດ; ພ້ອມທັງຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດເອົາໃຈໃສ່ ແລະ ລົງທຶນເຂົ້າໃນຂະແໜງສາທາລະນະສຸກ.
ເພື່ອບັນລຸເປົ້າໝາຍພັດທະນາປະເທດຊາດໃຫ້ວັດທະນະຖາວອນ, ຜາສຸກ, ພິເສດແມ່ນເປົ້າໝາຍ ນຳ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045, ທ່ານນາງ ຫວໍທິແອັງຊວັນ ຖືວ່າ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນມີຄວາມສຳຄັນທີ່ສຸດ, ໃນນັ້ນ ມີຄຸນນະພາບຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ. ດັ່ງນັ້ນ, ຂະແໜງນີ້ຕ້ອງສືບຕໍ່ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄວ້າວິທະຍາສາດເຕັກນິກໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຍົກສູງສີມື ແລະ ສ້າງແຫຼ່ງກຳລັງທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການເອົາໃຈໃສ່ສຶກສາສຸຂະພາບຂອງປະຊາຊົນໃນສະພາບການໃໝ່.