ຂ່າວສານ

ເຊີດ​ຊູ​ວັນ​ແພດ​ໝໍ, ພະ​ນັກ​ງານ​ການ​ແພດ​ທີ່​ເດັ່ນ ເນື່ອງ​ໃນ​ໂອ​ກາດ​ວັນ​ແພດ​ໝໍ ຫວຽດ​ນາມ (27/02)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ (27/02), ຕອນເຊົ້າວັນທີ 23 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ຫວຽດນາມ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາແພດໝໍ, ພະນັກງານການແພດໃນທົ່ວປະເທດ.
  ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ ຫວຽດນາມ ພົບປະກັບຜູ້ຕາງໜ້າບັນດາແພດໝໍ, ພະນັກງານການແພດໃນທົ່ວປະເທດ  

ໂດຍຕາງໜ້າໃຫ້ການນຳພັກ, ລັດ, ຜູ້ຮັກສາການປະທານປະເທດ ທ່ານນາງ ຫວໍທິແອັງຊວັນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງຖັນແຖວແພດໝໍ, ພະນັກງານພາລະກອນການແພດ; ພ້ອມທັງຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດເອົາໃຈໃສ່ ແລະ ລົງທຶນເຂົ້າໃນຂະແໜງສາທາລະນະສຸກ.

ເພື່ອບັນລຸເປົ້າໝາຍພັດທະນາປະເທດຊາດໃຫ້ວັດທະນະຖາວອນ, ຜາສຸກ, ພິເສດແມ່ນເປົ້າໝາຍ ນຳ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045, ທ່ານນາງ ຫວໍທິແອັງຊວັນ ຖືວ່າ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນມີຄວາມສຳຄັນທີ່ສຸດ, ໃນນັ້ນ ມີຄຸນນະພາບຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ. ດັ່ງນັ້ນ, ຂະແໜງນີ້ຕ້ອງສືບຕໍ່ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄວ້າວິທະຍາສາດເຕັກນິກໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຍົກສູງສີມື ແລະ ສ້າງແຫຼ່ງກຳລັງທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການເອົາໃຈໃສ່ສຶກສາສຸຂະພາບຂອງປະຊາຊົນໃນສະພາບການໃໝ່.

  


top