ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ສົມທົບກັບສະມາຄົມເອເລກໂຕນິກ ຫວຽດນາມ, ສະຖາບັນປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ ຈັດພິທີຍ້ອງຍໍ “Top ອຸດສາຫະກຳ 4.0 ຫວຽດນາມ – Industrie 4.0 Awards” ຄັ້ງທີ 4, ປີ 2025. ລາຍການຍ້ອງຍໍ Top ອຸດສາຫະກຳ 4.0 ຫວຽດນາມ ຈັດຂຶ້ນປະຈຳປີເພື່ອເຊີດຊູບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນທີ່ມີການປະກອບສ່ວນພົ້ນເດັ່ນໃນການນຳໃຊ້ເຕັກໂນໂລຊີ, ນະວັດຕະກຳ ແລະ ສ້າງຮູບແບບຜະລິດອັດສະລິຍະ. ປີນີ້, ລາຍການໄດ້ຮັບກວ່າ 350 ສຳເນົາເອກະສານ ແລະ ໄດ້ຄັດເລືອກ 125 ສຳເນົາເອກະສານດີເດັ່ນເພື່ອເຊີດຊູ.
ບັນດາວິສາຫະກິດໄດ້ຮັບການເຊີດຊູບໍ່ພຽງແຕ່ມີກຳລັງຄວາມສາມາດດ້ານເຕັກໂນໂລຊີດີເດັ່ນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມສາມາດເຊື່ອມຕໍ່ລະບົບນິເວດນະວັດຕະກຳ, ຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງອີກດ້ວຍ.