• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊິດ​ຊູ 100 ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ດີ​ເດັ່ນປີ 2022

ປີນີ້, ຄະນຈັດຕັ້ງໄດ້ຕົກລົງມອບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນໃຫ້ແກ່ 100 ຄົນ.

ປີນີ້, ຄະນຈັດຕັ້ງໄດ້ຕົກລົງມອບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນໃຫ້ແກ່ 100 ຄົນ.

   

ກອງປະຊຸມຖະແຫຼງຂ່າວກ່ຽວກັບ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມປີ 2022”

ພິທີເຊີດຊູ ແລະ ມອບນາມມະຍົດ 100 ຊາວກະສິກອນຫວຽດນາມ ດີເດັ່ນປີ 2022 ຈະຖືກຈັດຂຶ້ນໃນວັນທີ 14 ຕຸລາຢູ່ຮ່າໂນ້ຍ. ນີ້ແມ່ນຂ່າວໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວສຽດນາມປີ 2022” ໂດຍສູນກາງຊາວກະສິກອນຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາຢູ່ຮ່າໂນ້ຍ.

ຕາມຄະນະຈັດຕັ້ງແລ້ວ, ພິທີເຊີດຊູ ແລະ ມອບນາມມະຍົດ 100 ຊາວກະສິກອນຫວຽດນາມ ດີເດັ່ນປີ 2022 ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນ ໃນບັນດາການເຄື່ອນໄຫວຂອງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022” ແລະ ເນື່ອງໃນໂອກາດ 10 ປີແຫ່ງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022”, ປີນີ້, ຄະນຈັດຕັ້ງໄດ້ຕົກລົງມອບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນໃຫ້ແກ່ 100 ຄົນ. ທ່ານຟ້າມຕຽນນາມ, ຮອງປະທານສູນກາງຊາວກະສິກອນຫວຽດນາມ, ຫົວໜ້າຄະນະຈັດຕັ້ງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມປີ 2022”, ໃຫ້ຮູ້ວ່າ:

  ອີກເທື່ອໜຶ່ງ, ບັນດາຮູບແບບການຜະລິດ, ດຳເນີນທຸລະກິດ, ຜະລິດຕະພັນກະເສດ, ຊົນນະບົດຂອງບັນດາຊາວກະສິກອນຫວງຽດນາມ ດີເດັ່ນປີ 2022 ໄດ້ສະແດງໃຫ້ເຫັນບັນດາທ່າແຮງຂອງກະສິກຳບັນດາເຂດພາກ, ທ້ອງຖິ່ນໃນທົ່ວປະເທດ ແລະ ເກືອບທັງໝົດ ແມ່ນຂຶ້ນກັບໝວດຜະລິດຕະພັນໃນຍຸດທະສາດຂອງຂະແໜງກະສິກຳ. ຫຼາຍຄົນໄດ້ຊອກຮູ້, ມີຫົວຄິດປະດິດສ້າງ ແລະ ຍົກອອກບັນດາຂໍ້ລິເລີ່ມ, ມາດຕະການດ້ານເຕັກນິກ ຊ່ວຍຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ພ້ອມທັງກໍ່ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນວົງຄະນະຍາດ, ມີຜົນງານດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top