• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າ​ຊີວ​ິດ ບ​ຣຸ​ໄນ​ ຈະ​ມາຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darusslam Sultam Haji Hassanal Bolkiah ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 26 - 28 ມີນາ ປີ 2019.

ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darusslam Sultam Haji Hassanal Bolkiah (ພາບ:  AFP/TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູ້ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darusslam Sultam Haji Hassanal Bolkiah ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 26 - 28 ມີນາ ປີ 2019.

ການສະເດັດຢ້ຽມຢາມ ຫວຽດນາມ ຂອງ ເຈົ້າຊີວິດ ບຣູໄນ ຄັ້ງນີ້ ຈະແມ່ນຫຼັກໝາຍໃໝ່ໃນຕະຫຼອດໄລຍະ 27ປີ ແຫ່ງການພົວພັນດ້ານການທູດລະຫວ່າງສອງລັດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງລັດໃນທຸກໆຂົງເຂດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

(ແຫຼ່ງຄັດຈາກ VOV)


ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 33 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.

Top