• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈົ້າແຂວງ ບາຫຼີ ຫວັງວ່າ ຫວຽດນາມ ຈະໜູນຊ່ວຍຟື້ນຟູເກາະທ່ອງທ່ຽວ ອິນໂດເນເຊຍ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ປາດຖະໜາວ່າ ບາຫຼີ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດການບິນຂອງ ຫວຽດນາມ ເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດຄືນໃໝ່.
  (ທ່ານເຈົ້າແຂວງ ບາຫຼີ Wayan Koster ທີ່ການເຮັດວຽກກັບທ່ານເອກອັກຄະລັດຖະທູດ ຕ້າວັນທົງ)  

 

ກ່າວຄຳເຫັນທີ່ການເຮັດວຽກກັບທ່ານເຈົ້າແຂວງ ບາຫຼີ Wayan Koster ແລະ ທ່ານຮອງເຈົ້າແຂວງ ບາຫຼີ Cok Ace, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU) ຄັ້ງທີ 144 ດຳເນີນຢູ່ເກາະ ບາຫຼີ ໃນອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ປາດຖະໜາວ່າ ບາຫຼີ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດການບິນຂອງ ຫວຽດນາມ ເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດຄືນໃໝ່. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ, ທ່ານຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ສ່ວນທ່ານເຈົ້າແຂວງ ບາຫຼີ Wayan Koster ໄດ້ສະແດງຄວາມຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍ ບາຫຼີ ໃນການຟື້ນຟູຂະແໜງການທ່ອງທ່ຽວ. ໃນຂະນະນັ້ນ, ທ່ານຮອງເຈົ້າແຂວງ ບາງຫຼີ Cok Ace ຫວັງວ່າ ຫວຽດນາມ ຈະເປີດສະຖານກົງສູນປະຈຳ ບາຫຼີ ເພື່ອໜູນຊ່ວຍ ແລະ ຊຸກຍູ້ນັກທ່ອງທ່ຽວ ຫວຽດນາມ ຢູ່ ບາຫຼີ.


(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top