• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈລະຈາຂັ້ນສູງຫວຽດນາມ-ເປຣູ


ທ່ານ​ປະທານ​ປະ​ເທດ ຫວຽດນາມເຈີ່ນ​ດ້າຍ​ກວາງແລະ 
ທ່ານ​ປະທານາທິບໍດີ​ ເປຣູ Pedro Paplo Kuxzynsky

      ວັນ​ທີ 18/11 ຢູ່​ສຳນັກງານ​ປະທານາທິບໍດີ ​ເປຣູ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ປະທານາທິບໍດີ​ ເປຣູ Pedro Paplo Kuxzynsky ມີ​ການ​ເຈລະຈາ​ສຳຄັນ​ໃນ​ບັນ​ຍາ​ກາດ​ມິດຕະພາບ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ນະ​ທີ່​ນີ້ ການ​ນຳ 2 ທ່ານ​​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກໍ່​ຄື​ບັນ​ດາ​ກະຊວງ, ຂະ​​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ, ຊຸກຍູ້​ການ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ 2 ຝ່າຍ ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ໂທລະ​ຄົມມະ​ນາ​ຄົມ ​ແລະ ນ້ຳມັນ​ອາຍ​ແກ​ສ. ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະ​ສັນ​ນຳ​ກັນ​ມານະ​ພະຍາຍາມ​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດຂອງ 2 ຝ່າຍ​ສຳ​ຜັດ​ກັບ​ຕະຫລາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ​ກ່ວາ​ອີກ. ການ​ນຳ 2 ທ່ານ​ກໍ່​ແລ​ກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ສາ​ກົນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​​ເຖິງ ຄວາມ​ສຳຄັນ​ຂອງ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຮັກສາ​ສະພາບ​ແວ​ດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ການ​ພັດທະນາ. ທ່ານ​ປະທານ​ປພະ​ເທດ ​ເຈີ່​ນດ້າຍ​ກວາງ ສະ​ເໜີ​ວ່າ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ ​ເພື່ອ​ປະຕິບັດ​ບົດບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ APEC ​​ແນ​ໃສ່​ຮັບປະກັນ​ຜົນສຳ​ເລັດຂອງ​ປີ APEC ​ເປຣູ 2016 ​ແລະ ປີ APEC ຫວຽດນາມ 2017 ​ເປັນ​ຢ່າງ​ດີ. ພາຍຫລັງ​ການ​ເຈລະຈາ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ປະທານາທິບໍດີ​ ເປຣູ Kuxzynsky ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກ​ະສານ​ຮ່ວມ​ມື 3 ສະບັບ.
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top