• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.
ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ:Nguyễn Việt/TTXVN)

ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງບາງປະເທດ ອາຊີ, ຕອນຄ່ຳວັນທີ 26 ເມສາ, ຢູ່ໂຮງແຮມ ຖັ໋ງເລີ້ຍ, ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ສົມທົບກັບສະຖານທູດ ລາວ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2024 ນີ້, ຈັດລາຍການພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ຂອງບາງປະເທດ ອາຊີ.

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ. ທ່ານນາງເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຄຳເຜົາ ເອີນທະວັນ, ເນັ້ນໜັກວ່າ: ການພົບປະແລກປ່ຽນແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ, ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ເພື່ອນມິດສາກົນເຂົ້າໃຈເລິກກ່ວາກ່ຽວກັບບຸນປີໃໝ່ປະເພນີທີ່ມີມາແຕ່ດົນນານຂອງແຕ່ລະປະເທດ….

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ “ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ”

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານ ເຂດທົ່ງພຽງແມ່ນ້ຳແດງ ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ສະພາ ເພື່ອປະກາດການວາງແຜນຜັງ ເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

Top