• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນມະນຸດສະທຳ: ສະພາກາແດງທຸກຂັ້ນ ສູ້ຊົນໜູນຊ່ວຍ 100.000 ສະຖານທີ່ມະນຸດສະທຳ

ໃນເດືອນມະນຸດສະທຳ, ສະພາກາແດງທຸກຂັ້ນຂອງ ຫວຽດນາມ ໄດ້ສູ້ຊົນຂົນຂວາຍແຜ່ບໍລິຈາກຈຳນວນເງິນ 400 ຕື້ດົ່ງ (16 ລ້ານໂດລາສະຫະລັດ) ເພື່ອໜູນຊ່ວຍໃຫ້ 100.000 ສະຖານທີ່ມະນຸດສະທຳໃນທົ່ວປະເທດ.

ເດືອນມະນຸດສະທຳປີນີ້ໂດຍສະພາກາແດງ ຫວຽດນາມຜັນຂະຫຍາຍໃນເດືອນພຶດສະພາ, ດ້ວຍຫົວຂໍ້ “ຂະບວນການມະນຸດສະທຳ - ມອບສົ່ງຄວາມຮັກແພງ”.

ໃນເດືອນມະນຸດສະທຳ, ສະພາກາແດງທຸກຂັ້ນຂອງ ຫວຽດນາມ ໄດ້ສູ້ຊົນຂົນຂວາຍແຜ່ບໍລິຈາກຈຳນວນເງິນ 400 ຕື້ດົ່ງ (16 ລ້ານໂດລາສະຫະລັດ) ເພື່ອໜູນຊ່ວຍໃຫ້ 100.000 ສະຖານທີ່ມະນຸດສະທຳໃນທົ່ວປະເທດ. ໃນນັ້ນ, ແຕ່ລະສະພາກາແດງແຂວງ, ນະຄອນ ໄດ້ຂົນຂວາຍ, ເຊື່ອມຕໍ່ກໍ່ສ້າງໃໝ່, ສ້ອມແປງເຮືອນຄົວເຄິ່ງກິນນອນຂອງບັນດາໂຮງຮຽນແຫ່ງຕ່າງໆ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ມູນຄ່າໜ້ອຍສຸດແມ່ນ 150 ລ້ານດົ່ງ/ແຫ່ງ (ປະມານ 6.000 ໂດລາສະຫະລັດ); ກໍ່ສ້າງ, ສ້ອມແປງເຮືອນກາແດງ 2 ຫຼັງໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໃຫ້ບຸລິມະສິດຄອບຄົວຊາວປະມົງທຸກຍາກ, ປະສົບກັບຄວາມຫຍຸ້ງຍາກມີມູນຄ່າໜ້ອຍສຸດແມ່ນ 50 ລ້ານດົ່ງ/ຄອບຄົວ (2000 ໂດລາສະຫະລັດ). ທ່ານນາງ ບຸ່ຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຫວັງວ່າ, ຂະບວນການນີ້ຈະແຜ່ຂະຫຍາຍຢ່າງກ້ວາງຂວາງເຖິງປະຊາຊົນທຸກຊັ້ນຄົນໃນສັງຄົມ, ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອເຮັດແນວໃດໃຫ້ພວກເຮົານຳເດືອນມະນຸດສະທຳກາຍເປັນເດືອນຈຸດສຸມທົ່ວປວງຊົນເຮັດວຽກງານມະນຸດສະທຳ. ຈຸດໝາຍຂອງພວກຂ້າພະເຈົ້າແມ່ນມຸ່ງໄປເຖິງການຂົນຂວາຍເງິນຈຳນວນ 400 ຕື້ດົ່ງ ເພື່ອຊ່ວຍໃຫ້ 100.000 ສະຖານທີ່ມະນຸດສະທຳໃນວົງຄະນະຍາດ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ

ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ

ຫວຽດນາມ ຈະຕັ້ງໜ້າຊຸກຍູ້ບັນດາໂຄງການຮ່ວມມືໃຫ້ແທດຈິງລະຫວ່າງ ອາຊຽນ ແລະ ອັງກິດ ບົນຖານະຕຳແໜ່ງເປັນປະເທດປະສານງານການພົວພັນ ອາຊຽນ - ອັງກິດ, ໄລຍະ 2024 – 2027.

Top