• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈລະຈາກັບຈີນຕ້ອງອີງໃສ່ຄຳຕັດສິນຂອງ PCA


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte
(ພາບ​ປະ​ກອບ: Phil Star)
 
      ​ວັນ​ທີ 27/08, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte ເນັ້ນ​ໜັກ​ວ່າ, ບໍ່​ວ່າ​ການ​ເຈ​ລະ​ຈາ 2 ຝ່າຍ​ໃດໆ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ​ກັບ​ຈີນ ທີ່​ກ່​ຽວ​ຂ​້ອງ​ເຖິງ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ລ້ວນ​ແຕ່​ອີງ​ໃສ່​ຄຳ​ຕັດ​ສິນ​ຂອ​ງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ຢູ່​ລາ​ໄຮ, ປະ​ເທດ​ໂຮ​ນ​ລັງ. ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງກອງ​ບັນ​ຊາ​ການ Mindanao ຕາ​ເວັນ​ອອກ ໃນ​ວັນ​ທີ 27/08, ທ່ານ Duterte ໃຫ້​ຮ​ູ້​ວ່າ, ທ່ານ​ໄດ້​ເນັ້ນ​ໜັກ​ທັດ​ສະ​ນະ​ດັ່ງ​ກ່າວ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຟີ​ລິບ​ປີນ ຈ​າວແຈນ​ຄວາ, ຜູ້​ໄດ້​ມາ Mindanao ເພື່ອ​ພົບ​ປະ​ກັບ​ທ່ານ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ກໍ​ໃຫ້​ຮູ້​ວ່າ, ຟິ​ລິບ​ປີນ ຈະ​ກະ​ກຽ​ມ​ທຸກ​ຢ່າງ​​ອາດຈະ​ເກີດ​ຂຶ້ນ​ຖ​້າ​ຫາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ກັບ​ຈີນ ​ຖືກປະ​ລາ​ໄຊ. ທ່ານກໍ່​ຢືນ​ຢັນ​ວ່າ, ຈະ​ສະ​ໜອງ​ງົບ​ປະ​ມານ​ຕື່ມ​ອີກ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງໃຫ້​ກອ​ງ​ທັບ​ຟີ​ລິບ​ປີນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top