• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ.

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ.

   

ຕອນເຊົ້າວັນທີ 29 ສິງຫາ ຢູ່ ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ( ບ້ານລາວໂຄ 1, ຕາແສງ ພຽງຄວ່າຍ ເມືອງ ອຽນເຈົາ) ແຂວງເຊີນລາ ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 – 5/9/2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ- ລາວ,ລາວ -ຫວຽດນາມ (18/7/1977 – 18/7/2022)  ແລະຕ້ອນຮັບໃບຢັ້ງຢືນ ຈັດອັນດັບເຂດປູຊະນີຍະສະຖານພິເສດແຫ່ງຊາດ ເຂດປູຊະນີຍະສະຖານປະຫວັດສ າດປະຕິວັດ ຫວຽດນາມ -ລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫືງດົງ, ເລຂາພັກແຂວງເຊີນລາ ຢັ້ງຢືນ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ -ລາວ ໂດຍປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳ, ປະຊາຊົນສອງປະເທດຫລາຍລຸ້ນຄົນ. ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ, ຢັ້ງຢືນການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍືນຍົງຄົງຕົວໝັ້ນຄົງໃນເສັ້ນທາງແຫ່ງການພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top