• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້​ຍ ເຊີດ​ຊູ​ແບບ​ຢ່າງກ້າວໜ້າ, ເຊີດ​ຊູ​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ ກວ່າ 500 ​ຜູ້​ແທນທີ່ເປັນ​ຕາງ​ໜ້າ​ແບບ​ຢ່າງ​ດີ​ເດັ່ນ, ວຽກ​ດີ​ຄົນ​ເດັ່ນປີ 2026; ບັນ​ດາ​ຜູ້​ຂຽນທີ່​ໄດ້​ຮັບລາງວັນ​ໃນ​ການ​ແຂ່ງ​ຂັນ​ກ່ຽວ​ກັບ “​ວຽກ​ດີ​ຄົນ​ເດັ່ນ”, ພ້ອມ​ກັບ​ 130 ຜູ້​ແທນທີ່ເປັນ “​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ” ຜ່ານ​ບັນ​ດາ​ໄລ​ຍະ​ນັບ​ແຕ່​ປີ 2010 ຈົນ​ຮອດ​ປີ 2025.
ທ່ານ​ ຄູ​ສອນ​ດີ​ເດັ່ນ, ຮອງ​ສາດ​ສະ​ດາ​ຈານ, ປະ​ລິມ​ຍາ​ເອກ ຮວິ່ງກວຽດ​ທັ້ງ, ຮອງ​ຜູ້ອຳນວຍການ​ມະ​ຫາ​ວິ​ທະ​ຍາ​ໄລ ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດທີ XVI ​ໜຶ່ງ​ໃນ 10 ແບບ​ຢ່າງ​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ ປີ 2026 (ພາບ: VNA)

ໂດຍ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ (10/10/1954 - 10/10/2026), ຕອນ​ເຊົ້າ​ວັນ​ທີ 9 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ນະ​ຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຊີດ​ຊູ​ແບບ​ຢ່າງກ້າວໜ້າ, ວຽກ​ດີ​ຄົນ​ເດັ່ນ ແລະ ເຊີດ​ຊູພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ ປີ 2026.

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ ກວ່າ 500 ​ຜູ້​ແທນທີ່ເປັນ​ຕາງ​ໜ້າ​ແບບ​ຢ່າງ​ດີ​ເດັ່ນ, ວຽກ​ດີ​ຄົນ​ເດັ່ນປີ 2026; ບັນ​ດາ​ຜູ້​ຂຽນທີ່​ໄດ້​ຮັບລາງວັນ​ໃນ​ການ​ແຂ່ງ​ຂັນ​ກ່ຽວ​ກັບ “​ວຽກ​ດີ​ຄົນ​ເດັ່ນ”, ພ້ອມ​ກັບ​ 130 ຜູ້​ແທນທີ່ເປັນ “​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ” ຜ່ານ​ບັນ​ດາ​ໄລ​ຍະ​ນັບ​ແຕ່​ປີ 2010 ຈົນ​ຮອດ​ປີ 2025. ແບບ​ຢ່າງ​ດີ​ເດັ່ນ 15 ຄົນ​ຕາງ​ໜ້າ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ ​ໂດຍກອງ​ປະ​ຊຸມໄດ້​ເຊີດ​ຊູ. ນີ້​ແມ່ນ​ບັນ​ດາ​ແບບ​ຢ່າງ​ທີ່ໄດ້​ຄັດ​ເລືອກ​ຈາກ​ແບບ​ຢ່າງກ້າວໜ້າ, ວຽກ​ດີ​ຄົນ​ເດັ່ນ​ ໂດຍ​ທາງ​ນະ​ຄອນ ໄດ້​ຍ້ອງ​ຍໍ​ມອບ​ລາງວັນ​ໃນ​ປີ 2026.

ໂດຍ​ເປັນ​ກຽດ​ແມ່ນ​ໜຶ່ງ​ໃນ 10 ແບບ​ຢ່າງ​ພົນ​ລະ​ເມືອງ​ນະ​ຄອນຫຼວງ​ດີ​ເດັ່ນ ປີ 2026, ທ່ານ​ ຄູ​ສອນ​ດີ​ເດັ່ນ, ຮອງ​ສາດ​ສະ​ດາ​ຈານ, ປະ​ລິມ​ຍາ​ເອກ ຮວິ່ງກວຽດ​ທັ້ງ, ຮອງ​ຜູ້ອຳນວຍການ​ມະ​ຫາ​ວິ​ທະ​ຍາ​ໄລ ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດທີ XVI, ແບ່ງ​ປັນ​ວ່າ:

ໂດຍ​ຫວນ​ຄືນ​ວິ​ວັດ​ການ​ເກືອບ 30 ປີທີ່ຕິດ​ພັນ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ສຶກ​ສາ​ປະ​ລິນ​ຍາ​ຕີ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ, ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ດາ​ໝາກ​ຜົນທີ່​ບັນ​ລຸ​ໄດ້​ບໍ່​ພຽງ​ແຕ່​ມາ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຕົ້າ​ໂຮມ​ພູມ​ປັນ​ຍາ​ຂອງ​ໝູ່​ຄະ​ນະ, ການ​ຮ່ວມ​ເດີນ​ທາງ​ຂອງພະ​ນັກ​ງານ, ຄູ​ອາ​ຈານ, ຄູ່​ຮ່ວມ​ງານ, ນັກ​ສຶກ​ສາ ແລະ ບັນ​ດາ​ນັກ​ຮຽນ​ລຸ້ນ​ຕ່າງໆ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ຢັ້ງ​ຢືນ​ຕໍ່​ເສັ້ນ​ທາງ​ທີ່ຜ່ານ​ມາ, ຫາກ​ຍັງ​ແມ່ນ​ຄຳ​ຕັກ​ເຕືອນ​ຕໍ່​ຄວາມ​ຮັບ​ຜິດ​ຊອບໃນ​ເສັ້ນ​ທາງ​ພາຍ​ພາກ​ໜ້າ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top