ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນເຖິງຄຸນງາມຄວາມດີໃນການປະກອບສ່ວນທີ່ຍິ່ງໃຫຍ່ຂອງສະຫາຍທີ່ມີຕໍ່ການເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໂອ້ລົມຢຶ້ຢາມຖາມຂ່າວກັບຄອບຄົວ ທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດ ລາວ (ພາບ: VNA)
ໃນການເດີນທາງໄປປະຕິບັດງານຢູ່ ສປປ.ລາວ, ຕອນເຊົ້າວັນທີ 9 ຕຸລາ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຈູດທູບໃຕ້ທຽນ ແລະ ຢ້ຽມຢາມຄອບຄົວ ທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດ ລາວ.
ຝາກຄຳຢື້ຢາມຖາມຂ່າວ, ນ້ຳໃຈຄວາມຮັກແພງ ເຖິງຄອບຄົວອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນເຖິງຄຸນງາມຄວາມດີໃນການປະກອບສ່ວນທີ່ຍິ່ງໃຫຍ່ຂອງສະຫາຍທີ່ມີຕໍ່ການເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຍາມໃດກໍ່ປົກປັກຮັກສາ, ສືບທອດ ແລະ ເສີມຂະຫຍາຍມໍລະດົກອັນລ້ຳຄ່າເຊິ່ງການນຳຄົນລຸ້ນກ່ອນຂອງສອງປະເທດໄດ້ອອກເຫື່ອເທແຮງສ້າງສາ.
(ແຫຼ່ງຄັດຈາກ VOV)