• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື ແລະ ຄວາມ​ສະ​ໜິດ​ຕິ​ດ​ພັນ​ລະ​ຫວ່າງ IPU ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

IPU ພ້ອມ​ທີ່​ຈະ​ໜູນ​ຊ່ວຍ​ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ໂຄງ​ການ​ທີ່ໄດ້​ອອກ​ແບບ​ສະ​ເພາະ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການນຳ​ໃຊ້​ປັນ​ຍາ​ປະ​ດິດ (AI) ເຂົ້າໃນການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ.
  ທ່ານ ຫງວຽນ​ຮົ່ງ​ຢຽນ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົ​ບ​ປະ​ກັບ ທ່ານ​ນາງ Tulia Ackson ປະ​ທານ IPU (ພາບ: VNA)  

ວັນ​ທີ 8 ຕຸ​ລາ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສະ​ມັດຊາໃຫຍ່ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 153 (IPU - 153) ຢູ່​ນະ​ຄອນ Arusha, Tanzania, ທ່ານ ຫງວຽນ​ຮົ່ງ​ຢຽນ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ ​ທ່ານ​ນາງ Tulia Ackson ປະ​ທານ IPU, ທ່ານນາງ Anda Filip ​ເລ​ຂາ​ທິ​ການ​ໃຫຍ່ IPU, ທ່ານ Ouch Borith ​ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ສູງ ກຳ​ປູ​ເຈຍ ແລະ ທ່ານ ໂພໄຊ ໄຂ​ຄຳ​ພິ​ທູນ ປະ​ທານ​ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ ​ສະ​ພາ​ແຫ່ງ​ຊາດ ລາວ.

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຮົ່ງ​ຢຽນ ​ຂອບ​ໃຈ​ ທ່ານ​ນາງ Tulia Ackson ປະ​ທານ IPU ແລະ ສະ​ພາ​ແຫ່ງ​ຊາດ Tanzania ທີ່​ເປັນ​ປະ​ທານ​ຈັດ IPU – 153, ທ່ານ​ສະ​ເໜີ​ ທ່າ​ນ​ນາງ Tulia Ackso ດ້ວຍ​ຖາ​ນະ​ຕຳ​ແໜ່ງ​ເປັນ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Tanzania ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ Tanzania ໃຫ້​ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາ​ມ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ ​ນາງ Tulia Ackson ປາດ​ຖະ​ໜາ​ຢາກ​ໃຫ້ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທານ​ຈັດ​ບັນ​ດາ​ເຫດ​ການ​ຂອງ IPU ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຢັ້ງ​ຢືນ IPU ພ້ອມ​ທີ່​ຈະ​ໜູນ​ຊ່ວຍ​ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ໂຄງ​ການ​ທີ່ໄດ້​ອອກ​ແບບ​ສະ​ເພາະ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການນຳ​ໃຊ້​ປັນ​ຍາ​ປະ​ດິດ (AI) ເຂົ້າໃນການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ.

ສ່ວນ​ ທ່ານນາງ Anda Filip ​ເລ​ຂາ​ທິ​ການ​ໃຫຍ່ IPU ໄດ້​ສະ​ໜ​ັບ​ສະ​ໜູນ​ເລື່ອງ​ດຳ​ລົງ​ຕຳ​ແໜ່ງ ເລ​ຂ​າ​ທິ​ການ​ໃຫຍ່ IPU, ທ່ານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ IPU ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top