IPU ພ້ອມທີ່ຈະໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຜ່ານບັນດາໂຄງການທີ່ໄດ້ອອກແບບສະເພາະ ແລະ ພ້ອມແລ້ວທີ່ຈະຮ່ວມມືໃນບັນດາຂົງເຂດຄື: ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ.
ທ່ານ ຫງວຽນຮົ່ງຢຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ທ່ານນາງ Tulia Ackson ປະທານ IPU (ພາບ: VNA)
ວັນທີ 8 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 153 (IPU - 153) ຢູ່ນະຄອນ Arusha, Tanzania, ທ່ານ ຫງວຽນຮົ່ງຢຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະແລກປ່ຽນກັບ ທ່ານນາງ Tulia Ackson ປະທານ IPU, ທ່ານນາງ Anda Filip ເລຂາທິການໃຫຍ່ IPU, ທ່ານ Ouch Borith ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ແລະ ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ລາວ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຮົ່ງຢຽນ ຂອບໃຈ ທ່ານນາງ Tulia Ackson ປະທານ IPU ແລະ ສະພາແຫ່ງຊາດ Tanzania ທີ່ເປັນປະທານຈັດ IPU – 153, ທ່ານສະເໜີ ທ່ານນາງ Tulia Ackso ດ້ວຍຖານະຕຳແໜ່ງເປັນອະດີດປະທານສະພາແຫ່ງຊາດ Tanzania ສະໜັບສະໜູນການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ Tanzania ໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ.
ທ່ານ ນາງ Tulia Ackson ປາດຖະໜາຢາກໃຫ້ສະພາແຫ່ງຊາດ ຫວຽດນາມ ເປັນປະທານຈັດບັນດາເຫດການຂອງ IPU ໃນໄລຍະຈະມາເຖິງ, ຢັ້ງຢືນ IPU ພ້ອມທີ່ຈະໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຜ່ານບັນດາໂຄງການທີ່ໄດ້ອອກແບບສະເພາະ ແລະ ພ້ອມແລ້ວທີ່ຈະຮ່ວມມືໃນບັນດາຂົງເຂດຄື: ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ.
ສ່ວນ ທ່ານນາງ Anda Filip ເລຂາທິການໃຫຍ່ IPU ໄດ້ສະໜັບສະໜູນເລື່ອງດຳລົງຕຳແໜ່ງ ເລຂາທິການໃຫຍ່ IPU, ທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການພົວພັນຮ່ວມມື ແລະ ຄວາມສະໜິດຕິດພັນລະຫວ່າງ IPU ກັບສະພາແຫ່ງຊາດ ຫວຽດນາມ.