• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ

ຮ່າ​ໂນ້ຍ​ຍາມ​ໃດ​ກໍ່​ກຳ​ນົດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ຕໍ່​ການ​ປະ​ຕິ​ວັດ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ປະ​ຈຳ ແລະ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ພັກ, ອົງ​ການ​ປົກ​ຄອງ ແລະ ລະ​ບົບ​ການ​ເມືອງ.
  ການ​ພົບ​ປະ​, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ອະ​ດີດ​ນັກ​ຮົບ, ທະ​ຫານ​ເສຍ​ອົງ​ຄະ​ດີ​ເດັ່ນ (ພາບ: VNA)  

ສະ​ເຫຼີມ​ສະຫຼອງ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສະ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947-27/7/2026), ຕອນ​ເຊົ້າ​ວັນ​ທີ 21 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ ຮ່​າ​ໂນ້ຍ​ໄດ້​ຈັດ​ການ​ພົບ​ປະ​, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ອະ​ດີດ​ນັກ​ຮົບ, ທະ​ຫານ​ເສຍ​ອົງ​ຄະ​ດີ​ເດັ່ນ, ສະ​ມາ​ຊິກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ເຂົ້າ​ຮ່ວມ​ພິ​ທີ​ມີ​ບັນ​ດາ​ແມ່​ຫວຽດ​ນາມ ວິ​ລະ​ຊົນ ແລະ ອະ​ດີດ​ນັກ​ຮົບ 130 ຄົນ​ແມ່ນ ທະ​ຫານ​ເສຍ​ອົງ​ຄະ​ນ​ດີ​ເດັ່ນ ຕາງ​ໜ້າ​ອະ​ດີດ​ນັກ​ຮົບກວ່າ 25.000 ຄົນ​ແມ່ນ​ທະ​ຫານ​ເສຍ​ອົງ​ຄະ​ຂອງ​ນະ​ຄອນ ຮ່າ​ໂນ້ຍ ແລະ ອະ​ດີດ​ນັກ​ຮົບ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ນະ​ຄອນ​ຮ່າ​ໂນ້ຍ​ມີ​ຈຳ​ນວນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຫຼາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ດ້ວຍກວ່າ 800.000 ຄົນ (ກວມ​ເອົາ​ເກືອບ 10%ໃນ​ທົ່ວ​ປະ​ເທດ), ໃນ​ນັ້ນ​ມີ​ແມ່​ຫວຽດ​ນາມວິ​ລະ​ຊົນ 6.723 ຄົນ, ທະ​ຫານ​ເສຍ​ອົງ​ຄະ​ກວ່າ 60.000 ຄົນ, ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ກວ່າ 80.000 ຄົນ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ກວ່າ 13.000 ຄົນ. ຮ່າ​ໂນ້ຍ​ຍາມ​ໃດ​ກໍ່​ກຳ​ນົດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ຕໍ່​ການ​ປະ​ຕິ​ວັດ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ປະ​ຈຳ ແລະ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ພັກ, ອົງ​ການ​ປົກ​ຄອງ ແລະ ລະ​ບົບ​ການ​ເມືອງ. ການ​ສະ​ເຫຼີມ​ສະຫຼອງ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ບັນ​ດາ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ, ການ​ນຳ​ນະ​ຄອນ​ທຸກ​ຂັ້ນ​ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງວັນ114.500 ພູດ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ກ່າວ​ຄຳ​ເຫັນທີ່​ພິ​ທີ, ທ່ານ ຫງວຽນ​ວັນ​ຟອງ ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເນັ້ນ​ໜັກວ່າ:

ຂ້າ​ພະ​ເຈົ້າ​ສະ​ເໜີ​ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເປັນ​ເສ​ນາ​ທິ​ການ ແລະ ສະ​ເໜີ​ກັບ​ນະ​ຄອນ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ສະ​ເພາະ​ຂອງ​ນະ​ຄອນ ດ້ວຍ​ບັນ​ດາ​ເງື່ອນ​ໄຂ, ມາດ​ຖານ​ອາດ​ຈະ​ສູງກວ່າ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ສະ​ເໜີ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ສຳຫຼວດກວດ​ຄືນ​ທຸກ​ກົນ​ໄກ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄອ​ບ​ຄົວ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ທະ​ຫານ​ເສຍ​ອົງ​ຄະ, ເພື່ອ​ໃຫ້​ພວກ​ເຮົາ​ມີ​ລະ​ບົບ​ກົນ​ໄກ​ນະ​ໂຍ​ບາຍ​ເຊິ່ງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ, ຮ່າ​ໂນ້ຍ​ມີ​ສິດ​ອຳ​ນາດ​ປະ​ກາດ​ໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ.

(ແຫຼ່ງຄັດຈາກ VOV)

ໄຂ AMM59: ໂລ່ຂອງ ອາ​ຊຽນ​ໃນ​ໂລກ ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ

ໄຂ AMM59: ໂລ່ຂອງ ອາ​ຊຽນ​ໃນ​ໂລກ “ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ”

ກຳ​ລັງ​ແຮງ ແລະ ຄວາມ​ສາ​ມາດ​ຟື້ນ​ຟູ​ນອນ​ໃນ​ການ​ຮ່ວມ​ມື. ການ​ກະ​ທຳ​ພ້ອມ​ກັນ​ແມ່ນ​ໂລ່​ເພື່ອ​ໃຫ້ ອາ​ຊຽນ ຕ້ານ​ຄືນ​ຄວາມ​ກົດ​ດັນ​ໃນ​ໂລກ ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ”.

Top