ຄົມມະນາຄົມສີຂຽວ (TOD) ຕ້ອງການຫຼາຍການເຊື່ອມຕໍ່ ແລະ ໜູນຊ່ວຍໃຫ້ແກ່ຜູ້ຍ່າງ, ບັນດາລະບົບເຄື່ອງອຸປະກອນຕົວເມືອງ. ທັງໝົດແມ່ນສ້າງຄວາມສະດວກສະບາຍ ດຶງດູດ ປຊຊ ເຂົ້າເຖິງ ແລະ ນຳໃຊ້ລົດໄຟຕົວເມືອງ. ທ່ານປະລິນຍາເອກ ເລຈິງຈຶກ, ຮອງຫົວໜ້າສະຖາບັນການວາງແຜນຜັງ ຮ່າໂນ້ຍ ວິເຄາະວ່າ:
ປະຈຸບັນ, ການພັດທະນາຄົມມະນາຄົມສີຂຽວ (TOD) ແມ່ນການເຊື່ອມຕໍ່ລະຫວ່າງລະບົບເສັ້ນທາງລົດໄຟ ກັບບັນດາສິ່ງອຳນວຍຢູ່ອ້ອມຂ້າງສະຖານີລົດໄຟ ເຮັດແນວໃດໃຫ້ນຳມາເຊິ່ງປະສິດທິຜົນດີທີ່ສຸດ. ຄົມມະນາຄົມສີຂຽວ (TOD) ແມ່ນຂົວຕໍ່ຂອງບັນດາສະຖານີລົດໄຟ, ຂົວຕໍ່ຂອງການເຊື່ອມຕໍ່ບັນດາລະບົບຄົມມະນາຄົມສາທາລະນະອື່ນໆ, ແມ່ນເຂດທີ່ມີ ປຊຊ ຫຼວງຫຼາຍ, ເຕົ້າໂຮມຜູ້ໂດຍສານເປັນຈຳນວນຫຼາຍ. ນັ້ນຈະແມ່ນຂົວຕໍ່ ເພື່ອໃຫ້ພວກເຮົາພັດທະນາບັນດາລະບົບເຊື່ອມຕໍ່ ຊື່ງໄດ້ເອີ້ນວ່າ ຮູບແບບຫົວຂໍ້ ຄົມມະນາຄົມສີຂຽວ (TOD).
ເພື່ອສາມາດຜັນຂະຫຍາຍຮູບແບບ ຄົມມະນາຄົມສີຂຽວ (TOD) ໃນບໍລິເວນໄດ້, ທ່ານ ເຢືອງດຶກຕັວນ ຮອງປະທານຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ ສະເໜີຕ້ອງຄົ້ນຄ້ວາດັດປັບການວາງແຜນຜັງສັງລວມຄົມມະນາຄົມຂົນສົ່ງນະຄອນຫຼວງໂດຍໄວ, ເພື່ອສ້າງພື້ນຖານໂຄງລ່າງເຕັກນິກຕາໜ່າງເສັ້ນທາງລົດໄຟຕົວເມືອງໃຫ້ບັນລຸມາດຖານ:
ຕ້ອງກຳນົດວ່າສາຍທາງໃດມີ ຄົມມະນາຄົມສີຂຽວ (TOD), TOD ຢູ່ໃສ, ຢູ່ສະຖານີລົດໄຟໃດ ຍ້ອນວ່າຕ້ອງມີສະຖານີລົດໄຟຫຼາຍແຫ່ງ, ສາຍທາງໜຶ່ງແມ່ນປະມານ 20 ກມ, 1 ກມ ແມ່ນຈະມີສະຖານີລົດໄຟ 1 ແຫ່ງ. ທັງໝົດ 20 ກມ ແມ່ນມີສະຖານີລົດໄຟ 20 ແຫ່ງ.
ຕາມການວາງແຜນຜັງ, ຮອດປີ 2030, ຮ່າໂນ້ຍ ຈະກໍ່ສ້າງສຳເລັດ 8 ສາຍທາງ metro ດ້ວຍຄວາມຍາວທັງໝົດປະມານ 130 ກມ, ໃນນັ້ນມີ 37.76 ກມ ແມ່ນສາຍທາງໃຕ້ດິນ. ເມື່ອຕາໜ່າງທັງໝົດໄດ້ນຳເຂົ້າໃຊ້ການ, ລະບົບ metro ຄາດວ່າຈະຮັບປະກັນ 25-30% ຄວາມຕ້ອງການຂົນສົ່ງຜູ້ໂດຍສານສາທາລະນະ, ເທົ່າກັບຜູ້ໂດຍສານປະມານ 3 ລ້ານເທື່ອຄົນ/ວັນ. ເມື່ອເຕື້ອງເຖິງບັນຫານີ້, ທ່ານ ລຶວຈຸງຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເສັ້ນທາງລົດໄຟຕົວເມືອງ ຮ່າໂນ້ຍ ໃຫ້ຮູ້ຕື່ມອີກວ່າ:
ຮ່າໂນ້ຍ ພວມຢາກສ້າງລະບົບເສັ້ນທາງລົດໄຟຕົວເມືອງທີ່ທັນສະໄໝທີ່ມີຄວາມຍາວປະມານ 400 ກມ, ກໍ່ສ້າງສຳເລັດໃນເວລາ 10 ປີ, ໝາຍຄວາມວ່າຮອດປີ 2035. ເປົ້າໝາຍນີ້ໝັ້ນໝາຍຈະປ່ຽນແປງໂສມໜ້າຄົມມະນາຄົມຂອງນະຄອນຫຼວງ. ເປົ້າໝາຍນີ້ແມ່ນຂຶ້ນກັບຄວາມຕັດສິນໃຈທາງການເມືອງ, ການສະໜັບສະໜູນຂອງ ປຊຊ, ຄວາມຮ່ວມແຮງຮ່ວມໃຈຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ພິເສດແມ່ນບັນດາມາດຕະການອັນຂ້ຽວຂາດ ແລະ ບຸກທະລຸ ເພື່ອໃຫ້ພວກເຮົາສາມາດພັດທະນາເສັ້ນທາງລົດໄຟຕົວເມືອງຂອງນະຄອນ.
ເພື່ອປະຕິບັດສຳເລັດເປົ້າໝາຍຕາມການວາງແຜນຜັງລວມກໍ່ສ້າງນະຄອນຫຼວງ, ລະບົບເສັ້ນທາງລົດໄຟຕົວເມືອງ ຮ່າໂນ້ຍ ບໍ່ພຽງແຕ່ໄດ້ແກ້ໄຂສະພາບລົດຕິດ, ມົນລະພິດສິ່ງແວດລ້ອມເທົ່ານັ້ນ ຫາກຍັງໄດ້ສ້າງລະບົບຄົມມະນາຄົມສີຂຽວ, ສີວິໄລ, ທັນສະໄໝ, ຮັບໃຊ້ຄວາມຕ້ອງການໄປມາຂອງ ປຊຊ ເປັນຢ່າງດີອີກດ້ວຍ./.








