• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ບັນດາທ້ອງຖິ່ນອື່ນສືບຕໍ່ປະຕິບັດການແຍກແຫ່ງໃນສັງຄົມ

      ຕອນບ່າຍວັນທີ 15 ເມສາ, ຄະນະປະຈຳລັດຖະບານຫວຽດນາມ ໄດ້ດຳເນີນປະຊຸມກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ 19 ພ້ອມກັບບັນດາກະຊວງ, ຂະແໜງການຕ່າງໆໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເພື່ອຕີລາຄາສະພາບການປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີວ່າດ້ວຍການແຍກຫ່າງໃນສັງຄົມ

ຄະນະປະຈຳລັດຖະບານ ດຳເນີນປະຊຸມກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -19 
      ພາຍຫຼັງທີ່ໄດ້ຮັບຟັງຄຳເຫັນຂອງ ຄະນະປະຈຳລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການຕ່າງໆ , ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຫັນດີກັບຂໍ້ສະຫຼຸບຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ 19 ວ່າ : ຈະຈັດແບ່ງປະເພດກຸ່ມທ້ອງຖິ່ນທີ່ມີຄວາມສ່ຽງຕາມລະດັບຄື : ຄວາມສ່ຽງສູງ, ຄວາມສ່ຽງ ແລະ ຄວາມສ່ຽງຕ່ຳ.
     ລະອຽດຄື: ກຸ່ມ ຄວາມສ່ຽງສູງ ລວມມີ 12 ທ້ອງຖິ່ນ, ໃນນັ້ນມີ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແມ່ນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຕື່ມອີກ 1 ອາທິດ(ຮອດວັນທີ 22 ເມສາ) ຫຼື 2 ອາທິດ(ວັນທີ 30 ເມສາ)ຫຼືແກ່ຍາວຕື່ມອີກໂດຍອີງຕາມສະພາບການຂອງໂລກລະບາດ. ສຳລັບ ກຸ່ມຄວາມສ່ຽງ ແມ່ນ ລວມມີ 15 ທ້ອງຖິ່ນ, ໃນນັ້ນມີ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແມ່ນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຕື່ມອີກ 1 ອາທິດ(ຮອດວັນທີ 22 ເມສາ). ສ່ວນ ກຸ່ມຄວາມສ່ຽງຕ່ຳ ແມ່ນບັນດາທ້ອງຖິ່ນທີ່ຍັງເຫຼືອ ແມ່ນສືບຕໍ່ປະຕິບັດ ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີເທົ່ານັ້ນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top