• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ກວດກາ ວຽກງານຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ ໃນບໍລິເວນນະຄອນ ສົກຮຽນ 2026-2027

ແນ່ໃສ່ເພີ່ມທະວີ ວຽກງານຄຸ້ມຄອງ, ຕິດຕາມກວດກາ ແລະ ຮັບປະກັນ ຄວາມປອດໄພດ້ານອາຫານ ຢູ່ໂຮງຮຽນ, ສົກຮຽນ 2026-2027, ນະຄອນຫຼວງ ຮ່າໂນ້ຍ ໄດ້ຜັນຂະຫຍາຍ ບັນດາຄະນະກວດກາລະຫວ່າງຂະແໜງ, ສຸມໃສ່ ກວດກາຄືນ ຢ່າງຮອບດ້ານ ລະບຽບການຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ, ຕັ້ງແຕ່ ຂັ້ນຕອນຄັດເລືອກ ຜູ້ສະໜອງ, ຄວບຄຸມແຫຼ່ງວັດຖຸດິບ ເຖິງ ການປຸງແຕ່ງ, ຮັກສາ ແລະ ຕິດຕາມກວດກາ ຄຸນນະພາບ ອາຫານ.

 

ປະຕິບັດ ຕາມຂໍ້ຕົກລົງ ຂອງ ຄະນະກຳມະການປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ ກ່ຽວກັບການສ້າງຕັ້ງ ຄະນະກວດກາ ລະຫວ່າງຂະແໜງ ກ່ຽວກັບ ວຽກງານຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ ຢູ່ເທິງບໍລິເວນນະຄອນ ສົກຮຽນ 2026-2027, ວັນທີ 22 ຕຸລາ 2026, ຄະນະກວດກາ ລະຫວ່າງຂະແໜງ ເລກ 2 ໂດຍ ທ່ານນາງ ຫງວຽນທິທູຮັ່ງ, ຫົວໜ້າຫ້ອງການຄຸ້ມຄອງ ຄຸນນະພາບ ແລະ ພັດທະນາຕະຫຼາດ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ, ຮອງຫົວໜ້າຄະນະ ຮັບຜິດຊອບ, ໄດ້ ດຳເນີນການກວດກາແບບ ບໍ່ໄດ້ແຈ້ງລ່ວງໜ້າ ຢູ່ ໂຮງຮຽນອະນຸບານ ວັນບິ່ງ ແລະ ໂຮງຮຽນປະຖົມ ວັນບິ່ງ, ຕາແສງ ເຖືອງຕິ໋ນ, ຮ່າໂນ້ຍ.

ເນື້ອໃນກວດກາ ສຸມໃສ່ ວຽກງານຊີ້ນຳ, ຈັດຕັ້ງປະຕິບັດ ວຽກງານຕີລາຄາ, ຄັດເລືອກ, ແບ່ງງານ, ເຊັນສັນຍາ ແລະ ຈັດຕັ້ງປະຕິບັດ ສັນຍາ ກັບ ບັນດາຫົວໜ່ວຍ ສະໜອງອາຫານ, ການບໍລິການຮັບໃຊ້ ຄາບອາຫານເຄິ່ງກິນນອນ. ຄະນະ ຍັງໄດ້ກວດກາ ວຽກງານຄຸ້ມຄອງ, ຕິດຕາມກວດກາ ຂອງ ຄະນະກຳມະການ ປະຊາຊົນ ຕາແສງ ແລະ ບັນດາຮາກຖານການສຶກສາ ຕໍ່ກັບ ຜູ້ສະໜອງອາຫານ ເຊິ່ງລວມມີ ນ້ຳດື່ມ, ນົມ, ບັນດາຜະລິດຕະພັນອື່ນໆ, ວັດຖຸດິບອາຫານ, ອາຫານສຳເລັດຮູບ ແລະ ການບໍລິການປຸງແຕ່ງອາຫານ.

ຄະນະກວດກາ ລະຫວ່າງຂະແໜງ ເລກ 2 ໄດ້ກວດກາແບບບໍ່ໄດ້ແຈ້ງລ່ວງໜ້າ ຮາກຖານສະໜອງອາຫານ ໃຫ້ແກ່ ໂຮງຮຽນອະນຸບານ ວັນບິ່ງ ຕາແສງ ເຖືອງຕິ໋ນ. ພາບ: ເຈິ່ນແທງຢາງ/VNA

 

ນອກຈາກ ການກວດກາ ເອກະສານຕ່າງໆ, ຄະນະ ໄດ້ດຳເນີນ ຕີລາຄາ ຕົວຈິງ ເງື່ອນໄຂ ຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ບັນດາຮາກຖານການສຶກສາ, ຫົວໜ່ວຍສະໜອງ ແລະ ບັນດາຫົວໜ່ວຍກ່ຽວຂ້ອງ. ບັນດາເນື້ອໃນ ທີ່ໄດ້ນຳມາປຽບທຽບ ລວມມີ ວິທີການຈັດຕັ້ງ, ຜົນງານການຕີລາຄາ, ຄັດເລືອກ ຜູ້ສະໜອງ, ບັນດາເງື່ອນໄຂສັນຍາ ແລະ ວິວັດທະນາການ ປະຕິບັດ ໃນຕົວຈິງ. ພິເສດ, ຄະນະ ໄດ້ເອົາໃຈໃສ່ ວຽກງານອັບເດດ, ຄຸ້ມຄອງ, ຂຸດຄົ້ນ ຂໍ້ມູນຂ່າວສານ, ປຽບທຽບ ເອກະສານ, ແລະ ກວດສອບແຫຼ່ງທີ່ມາຂອງອາຫານ ຢູ່ເທິງ ລະບົບຖານຂໍ້ມູນ ກ່ຽວກັບທາດບຳລຸງ ແລະ ຄວາມປອດໄພດ້ານອາຫານ ໂຮງຮຽນ ນະຄອນຫຼວງ ຮ່າໂນ້ຍ (HanoiCheck). ການປະຕິບັດ ບັນດາລະບຽບການ ຂອງກົດໝາຍ ແລະ ການຊີ້ແນຳ ຂອງນະຄອນ ກ່ຽວກັບຄວາມປອດໄພດ້ານອາຫານ, ທາດບຳລຸງ ແລະ ບັນດາເງື່ອນໄຂອື່ນໆ ທີ່ກ່ຽວຂ້ອງ ໃນການຈັດຕັ້ງ ຄາບອາຫານເຄິ່ງກິນນອນ.

 

ກວດກາ, ຕີລາຄາ ຕົວຈິງ ເງື່ອນໄຂ ຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ຫ້ອງຄົວ ຂອງ ໂຮງຮຽນອະນຸບານ ວັນບິ່ງ ຕາແສງ ເຖືອງຕິ໋ນ. ພາບ: ເຈິ່ນແທງຢາງ/VNA

 

ເປັນທີ່ໜ້າສັງເກດ, ສົກຮຽນ 2026-2027 ແມ່ນ ປີທຳອິດ ທີ່ ລະບຽບການຕີລາຄາ, ຄັດເລືອກ ຜູ້ສະໜອງ ຢູ່ເທິງລະບົບ ໄດ້ຮັບການນຳໃຊ້, ດັ່ງນັ້ນ ບາງຮາກຖານການສຶກສາ ແລະ ຜູ້ສະໜອງ ຍັງມີຄວາມສັບສົນ ໃນວິວັດທະນາການ ຜັນຂະຫຍາຍ, ຕ້ອງການ ໃຫ້ສືບຕໍ່ ແນະນຳ, ໜູນຊ່ວຍ. ຕໍ່ກັບ ບັນດາຜູ້ສະໜອງ, ຄະນະກວດກາ ຮຽກຮ້ອງ ໃຫ້ເພີ່ມທະວີ ຕິດຕາມກວດກາ ຢູ່ຮາກຖານ, ກວດກາຄືນ ເອກະສານ ແລະ ຮັກສາ ວຽກງານກວດກາ ບັນດາຜູ້ສະໜອງຂັ້ນສອງ, ແທນທີ່ຈະ ຢຸດຢູ່ພຽງແຕ່ ບັນດາຄຳໝັ້ນສັນຍາກ່ຽວກັບ ຄຸນນະພາບ.

ຈາກ ພຶດຕິກຳຕົວຈິງ ການກວດກາ ຢູ່ບັນດາທ້ອງຖິ່ນ ໄດ້ສະແດງໃຫ້ເຫັນວ່າ, ການຮັບປະກັນ ຄວາມປອດໄພດ້ານອາຫານ ຢູ່ໂຮງຮຽນ ຮຽກຮ້ອງ ຄວາມສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງ ອຳນາດການປົກຄອງທ້ອງຖິ່ນ, ອົງການວິຊາການ, ໂຮງຮຽນ, ຜູ້ສະໜອງ ແລະ ພໍ່ແມ່ປະຊາຊົນນັກຮຽນ. ວຽກງານຄວບຄຸມ ບໍ່ສາມາດ ພຽງແຕ່ ອີງໃສ່ ເອກະສານ ຫຼື ຄຳໝັ້ນສັນຍາ ຂອງວິສາຫະກິດ ເທົ່ານັ້ນ, ແຕ່ຈຳເປັນຕ້ອງ ໄດ້ຮັບການປະຕິບັດ ຢ່າງເປັນປະຈຳ, ແທດຈິງ ໃນແຕ່ລະຂັ້ນຕອນ ຂອງ ວິວັດທະນາການ ຈັດຕັ້ງຄາບອາຫານ.

 

ຄະນະກວດກາ ລະຫວ່າງຂະແໜງ ເລກ 2 ປະຕິບັດ ການກວດກາ ກ່ຽວກັບຄວາມປອດໄພດ້ານອາຫານ, ທາດບຳລຸງ ແລະ ບັນດາເງື່ອນໄຂອື່ນໆ ທີ່ກ່ຽວຂ້ອງ ໃນການຈັດຕັ້ງ ຄາບອາຫານເຄິ່ງກິນນອນ ຢູ່ ໂຮງຮຽນປະຖົມ ວັນບິ່ງ ຕາແສງ ເຖືອງຕິ໋ນ. ພາບ: ເຈິ່ນແທງຢາງ/VNA

ຄະນະກວດກາ ລະຫວ່າງຂະແໜງ ເລກ 2 ເຮັດວຽກ ຢູ່ ໂຮງຮຽນອະນຸບານ ວັນບິ່ງ ຕາແສງ ເຖືອງຕິ໋ນ. ພາບ: ເຈິ່ນແທງຢາງ/VNA

ຄະນະກວດກາລະຫວ່າງຂະແໜງ ເລກ 2 ໄດ້ ດຳເນີນການ ກວດກາ ສຸມໃສ່ ບັນດາເນື້ອໃນ ວຽກງານຊີ້ນຳ, ຈັດຕັ້ງປະຕິບັດ ວຽກງານຕີລາຄາ, ຄັດເລືອກ, ແບ່ງງານ, ເຊັນສັນຍາ ແລະ ຈັດຕັ້ງປະຕິບັດສັນຍາ. ນອກຈາກນັ້ນ, ຄະນະ ຍັງໄດ້ກວດກາ, ຕິດຕາມກວດກາ ຂອງ ຄະນະກຳມະການປະຊາຊົນ ບັນດາຕາແສງ ແລະ ຮາກຖານການສຶກສາ ຕໍ່ກັບ ບັນດາຮາກຖານສະໜອງອາຫານ (ລວມທັງ ນ້ຳດື່ມ, ນົມ ແລະ ບັນດາຜະລິດຕະພັນອື່ນໆ), ວັດຖຸດິບອາຫານ, ອາຫານສຳເລັດຮູບ, ການບໍລິການ ປຸງແຕ່ງອາຫານ ຮັບໃຊ້ ຄາບອາຫານເຄິ່ງກິນນອນ.

ຄະນະກວດກາ ລະຫວ່າງຂະແໜງ ເລກ 2 ເຮັດວຽກ ຢູ່ ຄະນະກຳມະການປະຊາຊົນ ຕາແສງ ເຖືອງຕິ໋ນ. ພາບ: ເຈິ່ນແທງຢາງ/VNA

 

ຕໍ່ກັບ ຄະນະກວດກາລະຫວ່າງຂະແໜງ ເລກ 2, ວຽກງານກວດກາ ແມ່ນ ໄດ້ຮັບການປະຕິບັດ ຕາມ ໜ້າທີ່, ພາລະບົດບາດ ແລະ ສິດອຳນາດ ຂອງ ບັນດາພະແນກ, ຂະແໜງການ ທີ່ເຂົ້າຮ່ວມ. ບັນດາກໍລະນີ ທີ່ມີການລະເມີດ ຈະຖືກສ້າງບົດບັນທຶກ, ຮຽກຮ້ອງ ໃຫ້ແກ້ໄຂ, ຈັດການ ຕາມສິດອຳນາດ ຫຼື ຍື່ນສະເໜີ ຕໍ່ອົງການທີ່ມີສິດອຳນາດ ຈັດການ ຕາມລະບຽບກົດໝາຍ.

ເທິງພື້ນຖານ ສັງລວມ ຜົນງານການກວດກາ, ຄະນະ ຈະລາຍງານ ຕໍ່ ຄະນະກຳມະການປະຊາຊົນນະຄອນ ແລະ ຄະນະຊີ້ນຳ ວຽກງານ ຄວາມປອດໄພດ້ານອາຫານ ນະຄອນຫຼວງ ຮ່າໂນ້ຍ, ພ້ອມທັງ ສະເໜີ ບັນດາມາດຕະການ ປັບປຸງ, ແກ້ໄຂ ແລະ ຍົກສູງ ປະສິດທິຜົນ ການຈັດຕັ້ງ ຄາບອາຫານເຄິ່ງກິນນອນ. ຜ່ານນັ້ນ, ກ້າວໄປເທື່ອລະກ້າວ ສ້າງມາດຕະຖານ ລະບຽບການຄຸ້ມຄອງ, ຄວບຄຸມ ແຫຼ່ງສະໜອງອາຫານຢ່າງແໜ້ນແຟ້ນ, ປະກອບສ່ວນ ຮັບປະກັນ ບັນດາອາຫານ ທີ່ມີຄວາມປອດໄພ, ພຽງພໍ ທາດບຳລຸງ, ປົກປ້ອງ ສຸຂະພາບ ແລະ ການພັດທະນາ ຂອງ ນັກຮຽນ ນະຄອນຫຼວງ.

ປະຕິບັດໂດຍ: ເຈິ່ນແທງຢາງ/VNP

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top