• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຽກຮ້ອງແຈ້ງຂໍ້ມູນ ແລະ ຕິດຕາມອາການສຸຂະພາບສຳລັບຜູ້ທີ່ມາຈາກເຂດເກີດ Covid-19

“ຮຽກຮ້ອງແຈ້ງຂໍ້ມູນ ແລະ ຕິດຕາມອາການສຸຂະພາບສຳລັບຜູ້ທີ່ມາຈາກເຂດເກີດ Covid-19” ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19 ໄດ້ດຳເນີນໃນຕອນເຊົ້າວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ.
 
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19 (ພາບ: VGP)

 ລະອຽດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງບັນດາອົງການຕາງໜ້າດ້ານການທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ອັບເດັດບັນຊີລາຍຊື່ນັກຮຽນ, ນັກສຶກສາ, ຊາວຜູ້ອອກແຮງງານ, ແມ່ຍິງ ຫວຽດນາມ ສ້າງຄອບຄົວຢູ່ ສ.ເກົາຫຼີ, ຈັດແບ່ງປະເພດໜັງສືຜ່ານແດນ ສ.ເກົາຫຼີ ເພື່ອປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບເມື່ອກັບເມືອ ຫວຽດນາມ. ບັນດາກໍລະນີໃດ ແຈ້ງຂໍ້ມູນບໍ່ຖືກຕ້ອງ ຈະປັບໄໝຕາມກົດໝາຍວ່າດ້ວຍການຕິດແປດ.

        ປັດຈຸບັນ, ຜູ້ຕິດເຊື້ອ Covid-19 ລວມທັງໝົດ 16 ຄົນ ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top