ຂ່າວສານ
ຮູບແບບແຮກສ່ຽວ ບ້ານ - ບ້ານ ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ
“ເມື່ອຄອບຄົວຂ້າພະເຈົ້າປະສົບເຄາະຮ້າຍ, ອ້າຍນ້ອງຢູ່ທາງລາວ ກໍໄດ້ຖືເຂົ້າສານ, ໄກ່ມາຊ່ວຍເຫຼືອ. ພຽງແຕ່ເປັນຄົນຮູ້ຈັກກັນທຳມະດາເທົ່ານັ້ນ ແຕ່ເມື່ອເກີດອຸບັດຕິເຫດຫຍັງຂຶ້ນ ຫຼືມີວຽກສຳຄັນຫຍັງ, ແຕ່ລະຄອບຄົວຈະແຕ່ງຕັ້ງໜຶ່ງຄົນມາຊ່ວຍເຫຼືອກັນ. ຖ້າຫາກວ່າ ບໍ່ມີການຊ່ວຍເຫຼືອຂອງອ້າຍນ້ອງຢູ່ທາງລາວ ແລະ ພໍ່ແມ່ພີ່ນ້ອງບ້ານໃກ້ເຮືອນຄຽງໃນບ້ານ, ຄອບຄົວຂ້າພະເຈົ້າກໍບໍ່ຮູ້ຈະເຮັດແນວໃດ”.
ນັ້ນແມ່ນຄຳແບ່ງປັນຂອງເອື້ອຍ ລໍ່ທິບຸນ ຢູ່ຕາແສງ ປາເທິມ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ - ເຊິ່ງເປັນແຂວງໜຶ່ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ. ນ້ອງໃພ້ຂອງເອື້ອຍໂຊກບໍ່ດີທີ່ຖືກປະສົບເຄາະຮ້າຍ ແລ້ວເສຍຊີວິດ. ໃນເວລາທີ່ຄອບຄົວເອື້ອຍມີຄວາມໂສກເສົ້າເສຍໃຈຢ່າງລົ້ນເຫຼືອເມື່ອມີຄົນໃນຄອບຄົວຈາກໄປນັ້ນ, ພໍ່ແມ່ປະຊາຊົນຊາວລາວ ຢູ່ບ້ານ ນາຫຼວງ ແລະ ຫ້ວຍຫຼາ, ເມືອງໃໝ່, ແຂວງ ຜົ້ງສາລີ ເຊິ່ງແມ່ນບ້ານແຮກສ່ຽວກັບບ້ານ ປາເທິມ ໄດ້ພາກັນມາຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ລະດົມກຳລັງໃຈ ແລະ ຊ່ວຍເຫຼືອຄອບຄົວເອື້ອຍຈັດງານສົບໃຫ້ແກ່ນ້ອງໃພ້ຂອງເອື້ອຍ. ເອື້ອຍ ບຸນ ແບ່ງປັນຕື່ມອີກວ່າ, ຢູ່ທາງລາວ ບໍ່ວ່າມີເຮືອນດີ ຫຼືງານມ່ວນຊື່ນ, ປະຊາຊົນໃນທົ່ວບ້ານ ປາເທິມ ລ້ວນແຕ່ມີໜ້າເພື່ອແບ່ງປັນ, ຊ່ວຍເຫຼືອ, ໄຟມອດຕະກຽງດັບ ຮ່ວມທຸກຮ່ວມສຸກນຳກັນ.
ແຂວງ ດ້ຽນບຽນ ມີຊາຍແດນຕິດຈອດກັບ 2 ແຂວງຂອງລາວ ນັ້ນແມ່ນ ຜົ້ງສາລີ ແລະ ຫຼວງພະບາງ. ທາງແຂວງ ມີ 8 ກຸ່ມຊຸມຊົນແຮກສ່ຽວກັບບັນດາບ້ານຂອງລາວ. ທ່ານ ສົມຈິດ ວື, ເລຂາພັກ, ນາຍບ້ານ ບ້ານປາງຫົກ, ເມືອງ ໄໝ່, ແຂວງ ຜົ້ງສາລີ, ເຊິ່ງເປັນບ້ານແຮກສ່ຽວກັບບ້ານ ກອນກາງ, ຕາແສງ ນາອື, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ, ຖ້າຫາກວ່າສອງບ້ານມີເຕັກນິກປູກຝັງ, ລ້ຽງສັດ ຫຼື ຮູບແບບເຮັດເສດຖະກິດໃດທີ່ນຳມາເຊິ່ງປະສິດທິຜົນທີ່ດີ ຫຼື ກິດຈະກຳຮັກສາມູນເຊື້ອວັດທະນະທຳ ກໍມີການແບ່ງປັນ, ອັບເດດໃຫ້ກັນ, ພ້ອມກັນພັດທະນາ.
"ບ້ານປາງຫົກ, ເມືອງໃໝ່, ແຂວງຜົ້ງສາລີ ໄດ້ແຮກສ່ຽວກັບບ້ານກອນກາງ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. ໝາກຜົນອັນພົ້ນເດັ່ນໃນການແຮກສ່ຽວແມ່ນມີ 04 ດ້ານ. ທີໜຶ່ງ, ດ້ານການແລກປ່ຽນຄວາມຮູ້, ແບບແຜນການດຳລົງຊີວິດ, ການພັດທະນາເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ດ້ານທີ 2 ແມ່ນດ້ານວັດທະນະທຳ ເພາະວ່າ ພໍ່ແມ່ປະຊາຊົນເປັນຊົນເຜົ່າດຽວກັນ, ການຮ່ວມມືກໍເພື່ອສືບທອດຮີດຄອງປະເພນີ, ວັດທະນະທຳຂອງຊົນເຜົ່າເປັນຢ່າງດີ. ທີສາມແມ່ນການແລກປ່ຽນສິນຄ້າລະຫວ່າງສອງບ້ານໄດ້ຮັບການຍົກເວັ້ນພາສີ. ທີສີ່ແມ່ນເຮັດໃຫ້ທະຫານຕຳຫຼວດ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນສົມທົບກັນປ້ອງກັນສັດຕູຂອງຊາດ, ປົກປັກຮັກສາຊາຍແດນຢ່າງໝັ້ນຄົງ".
ໂດຍມີເສັ້ນຊາຍແດນເຊື່ອມຈອດກັນຍາວກວ່າ 2.000 ກິໂລມແມັດ, ຮູບແບບແຮກສ່ຽວ ບ້ານ - ບ້ານ ລະຫວ່າງບັນດາໝູ່ບ້ານເຂດຊາຍແດນ ຫວຽດນາມ ແລະ ລາວ ໄດ້ຮັບການຜັນຂະຫຍາຍແຕ່ປີ 2005. ໃນຕະຫຼອດ 20 ປີທີ່ໄດ້ຜັນຂະຫຍາຍຮູບແບບນີ້ ລ້ວນແຕ່ມີການເຂົ້າຮ່ວມຂອງທັງລະບົບການເມືອງ ດ້ວຍບັນດາວຽກເຮັດງານທຳທີ່ລະອຽດ, ແທດຈິງ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ຈະແຈ້ງ.
"ຜ່ານການຈັດຕັ້ງປະຕິບັດດ້ວຍກົນໄກ, ວິທີການແຮກສ່ຽວນັ້ນກໍເຮັດໃຫ້ບໍລິເວນຊາຍແດນຂອງສອງຝ່າຍພື້ນຖານແມ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຮັດໃຫ້ເສັ້ນຊາຍແດນພັດທະນາ ແລະ ເປັນຊາແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືຢ່າງແທ້ຈິງ".









