• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບຖ່າຍ “ ນ້ອງນ້ອຍ ນາປານ ” ສາມາດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດໃນ 50 ປີທີ່ຜ່ານມາ

ຮູບຖ່າຍທີ່ໂດດເດັ່ນມີຊື່ວ່າ “ ນ້ອງນ້ອຍ ນາປານ ” ທີ່ເປັນໜ້າສະຍົດສະຫຍອງກ່ຽວກັບເດັກສາວຄົນໜຶ່ງ ພວມພະຍາຍາມແລ່ນໜີຈາກເຫດບຸກໂຈມຕີດ້ວຍການຖິ້ມລະເບີດ ນາປານໃນສົງຄາມ ຊຶ່ງອາເມລິກາໄດ້ດຳເນີນຢູ່ຫວຽດນາມ.

 ຮູບຖ່າຍ “ ນ້ອງນ້ອຍ ນາປານ ” 

ຮູບຖ່າຍ “ ນ້ອງນ້ອຍ ນາປານ ” ໂດຍຊ່າງພາບ ນິກອຸດ ສັງກັດສຳນັກຂ່າວສານ AP ປະຕິບັດ ໄດ້ເຮັດໃຫ້ໂລກສັ່ນສະເທື່ອນ ເມື່ອໄດ້ປະກາດເມື່ອປີ 1972 ແລະ ຮັບການຕີລາຄາວ່າ ແມ່ນ ຮູບຖ່າຍທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດ, ຊ່ວຍຢຸດຕິສົງຄາມທີ່ອາເມລິກາດຳເນີນຢູ່ຫວຽດນາມ.   ເດັກສາວໃນຮູບຖ່າຍດັ່ງກ່າວ ມີຊື່ວ່າ ຟານທິກິມຟຸກ ເກີດປີ 1963 ປະຈຸບັນ ພວມດຳລົງຊີວິດຢູ່ການາດາ. ຮູບຖ່າຍແຜ່ນນີ້ ໄດ້ນຳໜ້າໃນບັນຊີລາຍຊື່ບັນດາຮູບຖ່າຍທີ່ໄດ້ເຮັດໃຫ້ໂລກປ່ຽນແປງໃນ 50 ປີທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top