• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ ເມື​່ອ​ພັກ​ບຳ​ນານ​ໃຫ້​ດີ​ທີ່​ສຸດ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 27 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືຢູ່ຫໍສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ). ບັນດາບັນຫາໂດຍສະມາຊິກສະພາແຫ່ງຊາດມີຄວາມສົນໃຈ ແລະ ປຶກສາຫາລືນັ້ນແມ່ນ ບັນດາແຜນການກຳນົດຄືແນວໃດໃຫ້ເໝາະສົມທີ່ສຸດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານເມື່ອພັກບຳນານໄດ້ເປັນຢ່າງດີທີ່ສຸດ.
ບັນຍາກາດກອງປະຊຸມ (ພາບ: quochoi.vn)

ກ່ຽວກັບເນື້ອໃນການຖອນເງິນອຸດໜູນປະກັນສັງຄົມໝົດບາດດຽວ, ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ພວມວາງອອກ 2 ແຜນການ. ຕາມນັ້ນແລ້ວ, ແຜນການທີ 1 ແມ່ນ: ພາຍຫຼັງພັກວຽກໄດ້ 12 ເດືອນ, ຖ້າຜູ້ອອກແຮງງານມີຄວາມຕ້ອງການ ຈະສາມາດຖອນເງິນອຸດໜູນປະກັນສັງຄົມໝົດບາດດຽວໄດ້. ແຜນການທີ 2 ແມ່ນ: ຜູ້ອອກແຮງງານ ສາມາດຖອນເງິນອຸດໜູນປະກັນສັງຄົມບໍ່ເກີນ 50% ຂອງເວລາທັງໝົດທີ່ໄດ້ສົມທົບເງິນເຂົ້າກອງທຶນບຳນານ, ການເສຍຊີວິດ.

ກ່ຽວກັບເງື່ອນໄຂຫຼຸດຈຳນວນປີເຂົ້າຮ່ວມປະກັນສັງຄົມລົງໃຫ້ເຫຼືອໜ້ອຍສຸດ ແຕ່ 25 ປີ ລົງເຫຼືອພຽງ 15 ປີ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບເບ້ຍບຳນານ ທີ່ໄດ້ກຳນົດໃນມາດຕາເລກທີ 68 ຂອງຮ່າງກົດໝາຍນັ້ນ, ທ່ານນາງ ເວືອງທິເຮືອງ ສະມາຊິກສະພາແຫ່ງຊາດແຂວງ ຮ່າຢາງ ຖືວ່າ:

“ນະໂຍບາຍນີ້ແມ່ນເໝາະສົມກັບສະພາບຕົວຈິງ ເມື່ອຕະຫຼາດແຮງງານຂອງ ຫວຽດນາມ ຍັງຢູ່ໃນໄລຍະພັດທະນາ, ສ້າງໂອກາດໃຫ້ຜູ້ເຂົ້າຮ່ວມປະກັນສັງຄົມຊ້າ ຫຼື ວິວັດທະນາການເຂົ້າຮ່ວມບໍ່ຕໍ່ເນື່ອງ. ຂ້າພະເຈົ້າສະເໜີໃຫ້ຄະນະຮຽບຮຽງ ຕ້ອງພິຈາລະນາຄືນການຄິດໄລ່ເງິນເດືອນບຳນານ ໃຫ້ມີລັກສະນະແບ່ງປັນ ເພື່ອໜູນຊ່ວຍໃຫ້ແກ່ຜູ້ທີ່ມີເງິນເດືອນຕ່ຳ ເພື່ອໃຫ້ບັນດາເປົ້າໝາຍນັ້ນ ສາມາດຮັບປະກັນຊີວິດການເປັນຢູ່ຂອງຕົນໄດ້”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top