ໂຄວິດ-19 ຢູ່ພາຍໃນ ແລະ ໂລກ ພວມຜັນແປຢ່າງສັບສົນ, ສິ່ງດັ່ງກ່າວ ໄດ້ສ້າງຜົນກະທົບທີ່ບໍ່ດີ ຕໍ່ຕະຫຼາດຈຳໜ່າຍ ຜະລິດຕະພັນ ນຳ້ມັນ ອາຍແກັສ ເວົ້າລວມ ແລະ ໂດຍສະເພາະແມ່ນກຸ່ມບໍລິສັດ ນຳ້ມັນ ອາຍແກັສ ຫວຽດນາມ (Petrovietnam). ໃນສະພາບການດັ່ງກ່າວ, ທ່ານ ເລແມ້ງຮຸ່ງ, ຜູ້ອຳນວຍການໃຫຍ່ Petrovietnam ຮຽກຮ້ອງໃຫ້ກຸ່ມບໍລິສັດ ຕ້ອງເປັນເຈົ້າການ ໃນການຄາດຄະເນ ຕະຫຼາດ, ຍູ້ແຮງການຄຸ້ມຄອງການປ່ຽນແປງຂອງຕະຫຼາດເພື່ອຮັບປະກັນຄວາມປະສິດທິຜົນໃຫ້ແກ່ການເຄື່ອນໄຫວທຸກດ້ານ.
ໃນ 8 ເດືອນຕົ້ນປີ 2021, ເສດຖະກິດ ໂລກ ມີສັນຍານຟື້ນຟູ ເພາະຜົນສະທ້ອນຈາກເຊື້ອໄວຣັດສາຍພັນໃໝ່ Delta, ພິເສດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຢູ່ ຫວຽດນາມ, ສະພາບການໂລກລະບາດພວມຜັນແປຢ່າງສັບສົນ, ລະບາດໂດຍໄວ, ໃນເນື້ອທີ່ກວ້າງຂວາງ, ພ້ອມກັບການປະຕິບັດ ມະຕິຕົກລົງສະບັບເລັກທີ 16/CT-TTg ກໍ່ໄດ້ສ້າງຜົນສະທ້ອນ, ຜົນກະທົບໃຫ້ແກ່ການເຄື່ອນໄຫວຜະລິດ, ເຮັດທຸລະກິດຂອງບັນດາວິສາຫະກິດ, ໃນນັ້ນ ມີ Petrovietnam. ຍອດມູນຄ່າການຂາຍຍ່ອຍໃນເດືອນ 7ຫຼຸດ 8,3% ເມື່ອທຽບກັບໄລຍະດຽວກັນຂອງເດືອນ 6 ແລະ ຫຼຸດປະມານ 20% ເມື່ອທຽບກັບໄລຍະດຽວກັນຂອງປີ 2020. ມູນຄ່າສົ່ງອອກຫຼຸດ 0,8%.

ນຳເຂົ້ານຳ້ມັນດິບ ໃຫ້ແກ່ໂຮງງານກັ່ນ, ຕ່ອງນຳ້ມັນ ຢຸງກວັດ. ພາບ: ຮຸ່ງເກື່ອງ
6 ເດືອນທ້າຍປີ 2021, ຄາດຄະເນວ່າ ຄວາມຕ້ອງການ ນຳ້ມັນດິບຂອງພາກພື້ນ ອາຊີ-ປາຊີຟິກ, ອາຊີຕາເວັນອອກ ສ່ຽງໃຕ້ ຫຼຸດລົງຍ້ອນ ໂຄວິດ-19, ຕະຫຼາດຈຳໜ່າຍ ບັນດາຜະລິດຕະພັນນຳ້ມັນ ອາຍແກັສ ສືບຕໍ່ປະສົບຄວາມຫຍຸ້ງຍາກ. ຫວ່າງແລ້ວນີ້, OPEC+ ໄດ້ປະກາດໃຊ້ລະດັບ ປະລິມານການຜະລິດ ນຳໃຊ້ໃນເດືອນ ສິງຫາ ແລະ ກັນຍາ 2021. ຕາມນັ້ນ, ອາຣັບບີ ຊາອູດິດ ແລະ ສ ຣັດເຊຍ ອາດສາມາດເພີ່ມປະລິມານ ການຜະລິດ 100.000 ຖັງຕໍ່ມື້ ແຕ່ເດືອນ. ບັນດາປະເທດຍັງເຫຼືອໃນ OPEC+ ຈະເພີ່ມປະມານ 10.000 ຖັງຕໍ່ມື້. ຄວາມຕ້ອງການຟື້ນຟູຈາກ ບັນດາພື້ນຖານເສດຖະກິດພັດທະນາຄື: ສ ອາເມລິກາ, ສປ ຈີນ, ຍີ່ປຸ່ນ ແລະ ລະດັບການຂະຫຍາຍຕົວ ຕ້ອງການນຳ້ມັນ ດິບ ຂອງ ອິນເດຍ, ບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້, ສ ເກົາຫຼີ ຫຼຸດລົງຍ້ອນ ໂຄວິດ-19 ອາດຈະໝົດປີ 2021 ຈຶ່ງສາມາດຄວບຄຸມໄດ້.
ຍ້ອນສະພາບການໂຄວິດ-19 ຢູ່ພາຍໃນພວມຜັນແປຢ່າງສັບສົນ, ຄວາມຕ້ອງການ ນຳ້ມັນ ອາຍແກັສ ຫຼົດລົງ, ສະນັ້ນ ບໍ່ມີຕະຫຼາດຈຳໜ່າຍ ຜະລິດຕະພັນກັ່ນ, ຕ່ອງນຳ້ມັນ. ບັນດາໂຮງງານກັ່ນ, ຕ່ອງນຳ້ມັນ ຄື ຢຸງກວັດ, ຫງີເຊີນ ໄດ້ເປັນເຈົ້າການ ດັດສົມປະລິມານການຜະລິດ ພ້ອມກັບບັນດາມາດຕະການເພື່ອ ແກ້ໄຂສະພາບການນຳ້ມັນອາຍແກັສ ຄ້າງໄວ້ໃນສາງ, ແຕ່ລະດັບຄ້າງໄວ້ໃນສາງ ຢູ່ບັນດາໂຮງງານ ຍັງຢູ່ລະດັບສູງ, ກວ່າ 85%.
ຄຽງຂ້າງນັ້ນ, ປະລິການການຈຳໜ່າຍ ນຳ້ມັນ ອາຍແກັສ ຂອງ PVOIL ໃນເດືອນ ສິງຫາ 2021 ຫຼົດປະມານ 44% ເມື່ອທຽບກັານແຜນການ. ຄວາມຕ້ອງການນຳ້ມັນຢູ່ພາຍໃນຫຼົດລົງຢ່າງໜັກໜ່ວງຍ້ອນປະຕິບັດມະຕິຕົກລົງສະບັບ ເລກທີ 16/CT-TTg, ປະລິການການຂາຍຍ່ອຍຫຼຸດເຖິງ 80% ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ພາກໃຕ້, 60% ຢູ່ ຮ່າໂນ້ຍ, ຄວາມຕ້ອງການທັງໝົດຢູ່ຕະຫຼາດ ຫຼຸດປະມານ 40%.
ໂລກລະບາດ ກໍ່ເຮັດໃຫ້ຄວາມຕ້ອງການຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກໍ່ຫຼຸດລົງ, ພິເສດ ປະລິມານ ອາຍແກັສ ທີ່ລະດົມໃຫ້ການພັດທະນາໄຟຟ້າ ຫຼຸດແຮງ. ການລະດົມ ອາຍແກັສ ໃຫ້ການຜະລິດ ໄຟຟ້າ 7 ເດືອນຕົ້ນປີ ຕຳ່ກວ່າ ແຜນການຂອງກະຊວງອຸດສາຫະກຳ ແລະ ການຄ້າ. ຄາດຄະເນ ບັນດາເດືອນທ້າຍປີ, ປະລິມານ ອາຍແກັສ ທີ່ຈຳໜ່າຍ ອາດຈະຕຳ່ກວ່າ ເມື່ອບັນດາແຂວງ, ນະຄອນພາກໃຕ້ ຍັງປະຕິບັດ ມະຕິຕົກລົງ ສະບັບເລກທີ 16/CT-TTg. ຜະລິດຕະພັນ ຝຸ່ນ ຂອງໂຮງງານຜະລິດ ອາຊົດ ກ່າເມົາ ແລະ ອາຊົດ ຝູ໋ໝີ ກໍ່ຕົກໃນສະພາບການສະໜອງຫຼາຍກວ່າຄວາມຕ້ອງການ. ເຖິງວັນທີ 11 ສິງຫາ 2021, ຜະລິດຕະພັນ ອາຊົດ Ure ທີ່ຍັງຄ້າງໄວ້ໃນສາງຢູ່ ໂຮງງານ ອາຊົດ ກ່າເມົາ ແມ່ນ 48.200 ໂຕນ, ຢູ່ໂຮງງານ ອາຊົດ ຝູ໋ໝີ ແມ່ນ 65.500 ໂຕນ.
ຮັບຮູ້ໄດ້ຄວາມຫຍຸ້ງຍາກ ຈາກຕະຫຼາດຈຳໜ່າຍ ບັນດາຜະລິດຕະພັນ ນຳ້ມັນ ອາຍແກັສ, ການນຳ Petrovietnam ພ້ອມກັບບັນດາຫົວໜ່ວຍຕ່າງໆ ສຸມໃສ່ໃນການສົນທະນາ ເພື່ອຊອກຫາວິທີແກ້ໄຂ. ໃນສະພາບການຄືປະຈຸບັນ, ຕະຫຼາດມສວມບົດບາດທີ່ສຳຄັນ ຕໍ່ການຄົງຕົວ ແລະ ພັດທະນາຂອງວິສາຫະກິດ. ດ້ວຍຖານະເປັນວິສາຫະກິດຮັກສາບົດບາດທີ່ສຳຄັນໃນພື້ນຖານເສດຖະກິດຂອງປະເທດຊາດ, Petrovietnam ໄດ້ເປັນເຈົ້າການໃນການສວຍໂອກາດ, ສືບຕໍ່ຍູ້ແຮງວຽກງານຄຸ້ມຄອງການປ່ຽນແປງຢູ່ຕະຫຼາດ, ອັບເດັດຂໍ້ມູນເອກະສານເປັນປະຈຳ, ຮັບປະກັນໃຫ້ກຸ່ມບໍລິສັດ ເຄື່ອນໄຫວຢ່າງມີປະສິດທິຜົນ.

ປະຕິບັດ: VNP