• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອດປີ 2030 ພື້ນຖານເສດຖະກິດອິນເຕີເນັດຂອງຫວຽດນາມ ຄາດວ່າຈະບັນລຸ 220 ຕື້ USD

      ພື້ນຖານເສດຖະກິດອິນເຕີເນັດຂອງຫວຽດນາມຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງອາຊີຕາເວັນອອກສ່ຽງໃຕ້, ບັນລຸ 220 ຕື້ USD ກ່ຽວກັບຍອດມູນຄ່າສິນຄ້າ(GMV) ໃນປີ 2030
ຄາດຄະເນການເຕີບໂຕພື້ນຖານເສດຖະກິດດີຈີຕອນຫວຽດນາມ
           ບົດລາຍງານພື້ນຖານເສດຖະກິດດີຈີຕອນອາຊີຕາເວັນອອກສ່ຽງໃຕ້-“ສຽງກັງວານ ທົດສະວັດທີ 20:  ທົດສະວັດເຕັກນິກດິຈິຕອນອາຊີຕາເວັນອອກສ່ຽງໃຕ້” ໂດຍ Google, Temasek ແລະ Bain & Company ໄດ້ປະກາດໃນຕອນເຊົ້າວັນທີ 10 ພະຈິກ ຊຶ່ງໃຫ້ເຫັນວ່າ: ພື້ນຖານເສດຖະກິດອິນເຕີເນັດຂອງຫວຽດນາມຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງອາຊີຕາເວັນອອກສ່ຽງໃຕ້, ບັນລຸ 220 ຕື້ USD ກ່ຽວກັບຍອດມູນຄ່າສິນຄ້າ(GMV) ໃນປີ 2030.
  ຕາມບົດລາຍງານ, ປີນີ້ ພື້ນຖານເສດຖະກິດ ເຕັກນິກດິຈິຕອນຂອງຫວຽດນາມ ຄາດວ່າ ຈະບັນລຸລະດັບເຕີບໂຕ 31% ເທົ່າກັບ 21 ຕື້ ຍ້ອນການເຕີບໂຕດ້ານການຄ້າ 53% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ຄາດວ່າຈະສືບຕໍ່ບັນລຸ 57 ຕື້ USD ໃນປີ 2025.  ນັບແຕ່ເກີດໂລກລະບາດຫາໄລຍະ 6 ເດືອນຕົ້ນປີ 2021, ຫວຽດນາມ ໄດ້ມີຜູ້ຊົມໃຊ້ເຕັກນິກດິຈິຕອນໃໝ່ຄື່ມອີກ 8 ລ້ານຄົນ, ໃນນັ້ນ ຫຼາຍກວ່າເຄິ່ງໜຶ່ງແມ່ນມາຈາກເຂດທີ່ບໍ່ແມ່ນຕົວເມືອງໃຫຍ່.
     99% ຈຳນວນຜູ້ຊົມໃຊ້ ເຕັກນິກດິຈິຕອນ ຫວຽດນາມ ປາດຖະໜາວ່າຈະສືບຕໍ່ນຳໃຊ້ບໍລິການອອນລາຍໃນອະນາຄົດ  
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top