ຂ່າວສານ
ຮອງປະທານາທິບໍດີ ເວເນຊູເອລາ Delcy Rodriguez ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີຊົ່ວຄາວ
ສານລັດຖະທຳມະນູນຊີ້ແຈ້ງວ່າ ເລື່ອງທ່ານນາງ Delcy Rodriguez ຮັບດຳລົງຕຳແໜ່ງ “ປະທານາທິບໍດີ ສ. Bolivar Venezuela ເພື່ອແນໃສ່ຮັບປະກັນການຕໍ່ເນື່ອງກ່ຽວກັບດ້ານບໍລິຫານ ແລະ ການປ້ອງກັນຊາດຢ່າງຮອບດ້ານຂອງປະເທດນີ້.
ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ Delcy Rodriguez ຮັບ ໃຫ້ຮູ້ວ່າ ທ່ານນາງໄດ້ຮຽກຕົວສະມາຊິກສະພາປ້ອງກັນຄວາມສະຫງົບ ພາຍຫຼັງທີ່ ອາເມລິກາ ຖະແຫຼງດຳເນີນບັ້ນການທະຫານຢູ່ ເວເນຊູເອລາ.
ຕາມທ່ານນາງແລ້ວ, ຈຸດປະສົງຂອງບັ້ນຮົບໂດຍ ອາເມລິກາ ດຳເນີນ “ແມ່ນການກໍ່ລັດຖະປະຫານ ແລະ ຢຶດເອົາຊັບພະຍາກອນທຳມະຊາດ” ຂອງ ເວເນຊູເອລາ.







