• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ

ທ່ານ Lee Tea ho ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ, ຍາມໃດລັດຖະບານ ສ.ເກົາຫຼີ ກໍ່ປາດຖະໜາຢາກເຮັດໃຫ້ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ກຽມພ້ອມກັບ ຫວຽດນາມປະຕິບັດເປົ້າໝາຍທາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ - ສັງຄົມ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ (ພາບ: TTXVN)

ວັນທີ 4 ທັນວາ, ທີ່ການຕ້ອນຮັບທ່ານ Lee Tea ho ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສວິສາຫະກິດ ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 8 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນ ແລະ ຢາກພັດທະນາການພົວພັນຮ່ວມມືກັບ ສ.ເກົາຫຼີໃນທຸກຂົງເຂດ. ທ່ານຟ້າມດບິ່ງມິງສະເໜີໃຫ້ກະຊວງການຕ່າງປະເທດ ຂອງສອງປະເທດຄວນເສີມຂະຫຍາຍບົດບາດເປັນສູນກາງຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດ, ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022.

ສ່ວນທ່ານ Lee Tea ho ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ, ຍາມໃດລັດຖະບານ ສ.ເກົາຫຼີ ກໍ່ປາດຖະໜາຢາກເຮັດໃຫ້ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ກຽມພ້ອມກັບ ຫວຽດນາມປະຕິບັດເປົ້າໝາຍທາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top