• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີອິນໂດເນເຊຍ,ພົບປະເຈລະຈາກັບການນຳຫຼາຍປະເທດ

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານອິນໂດເນເຊຍ, ຕອນບ່າຍວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີອິນໂດເນເຊຍ ອາຍຸການ 2019 – 2024.


ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງ

ຂອງປະທານາທິບໍດີອິນໂດເນເຊຍ

(ພາບ: TTXVN)


ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ທ່ານຮອງປະທານາທິບໍດີ Ma’ruf Amin. ທ່ານນາງ ດັ້ງທິງອັກທິ້ງ ໄດ້ສົ່ງຈົດໝາຍອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ທີ່ຝາກເຖິງທ່ານປະທານາທິບໍດີ Joko Widodo, ໃນນັ້ນຫວຽດນາມ ເຊື່ອໝັ້ນວ່າ ລັດຖະບານອິນໂດເນເຊຍ ອາຍຸການ 2019 – 2024 ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກ, ກ້າວໄປເຖິງການປະຕິບັດ “ວິໄສທັດ 2045” ຢ່າງສຳເລັດຜົນ… ທ່ານນາງ ດັ້ງທິງອັກທິ້ງ ສະເໜີໃຫ້ 2 ຝ່າຍສືບຕໍ່ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD/ປີ, ສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດກະສິກຳ, ການສຶກສາບຳລຸງສ້າງ, ທ່ອງທ່ຽວ, ການບິນ, ການພົວພັນແລກປ່ຽນປະຊາຊົນ…

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈນັ້ນ, ການນຳ 2 ປະເທດໄດ້ພ້ອມກັນເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຢູ່ແຕ່ລະປະເທດກໍ່ຄືຂອງປະຊາຄົມອາຊຽນ. 2 ຝ່າຍໄດ້ເຫັນດີນຳກັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍມູນເຊື້ອການຮ່ວມມືອັນດີງາມລະຫວ່າງ 2 ປະເທດທີ່ບັນດາເວທີປາໄສສາກົນ, ພິເສດເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ແລະ  2 ປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2020.

        ຢູ່ນອກພິທີສະບານຕົວຮັບດຳລົງຕຳແໜ່ງການນຳອິນໂດເນເຊຍ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມີການພົບປະກັນນາຍົກລັດຖະມົນຕີກຳປູເຈຍ, ມາເລເຊຍ, ສິງກະໂປ, ອົດສະຕາລີ... ພົບປະກັບຮອງປະທານາທິບໍດີມຽນມາ, ຮອງນາຍົກລັດຖະມົນຕີໄທ, ລັດຖະມົນຕີການຕ່າງປະເທດລາວ…

 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top