• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເປັນປະທານກອງປະຊຸມກ່ຽວກັບເຫດ 39 ຄົນເສຍຊີວິດຢູ່ອັງກິດ

ຕອນຄ່ຳວັນທີ 03 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ເປັນປະທານກອງປະຊຸມກັບການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບເຫດ 39 ຄົນເສຍຊີວິດຢູ່ອັງກິດ.


ກອງປະຊຸມກ່ຽວກັບເຫດ 39 ຄົນເສຍຊີວິດຢູ່ອັງກິດ

(ພາບ: VGP)


ພາຍຫຼັງຮັບຟັງບັນດາຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີໃຫ້ການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ສົມທົບກັບຝ່າຍອັງກິດ ຢ່າງແໜ້ນແຟ້ນ ເພື່ອຢັ້ງຢືນຊື່ຂອງຜູ້ຖືກເຄາະຮ້າຍ ເພື່ອປະກາດຂໍ້ມູນຂ່າວຢ່າງເປັນທາງການໂດຍໄວ.

        ຕາມບົດລາຍງານທີ່ກອງປະຊຸມ, ໂດຍປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ, ຕອນຄ່ຳວັນທີ 02 ພະຈິກ, ຄະນະປະຕິບັດງານຂອງກະຊວງຕຳຫຼວດຫວຽດນາມ ໄດ້ເດີນທາງໄປອັງກິດ ແລະ ຕອນຄ່່ຳວັນທີ 03 ພະຈິກ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໂດຍຮອງລັດຖະມົນຕີການຕ່າງປະເທດທ່ານໜຶ່ງ ໄດ້ນຳໜ້າເດີນທາງໄປອັງກິດ ເພື່ອສົມທົບກັນ, ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຂອງອັງກິດ ເພື່ອຢັ້ງຢືນຊື່ຂອງບັນດາຜູ້ຖືກເຄາະຮ້າຍໃນເຫດການດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top