• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາສະພາບໄພແຫ້ງແລ້ງຢູ່ເຂດໄຕງວຽນ


(ທ່ານ ຫງວຽນ​ຊວນ​ຟຸກ ​​ໄດ້​ລົງ​ກວດ​ຕາ​ສະພາບ​
ໄພ​​ແຫ້ງ​ແລ້ງ​ຢູ່​ເມືອງ ຈືປື ​ແລະ ຈື​ເສ ​ແຂວງ​ຢາ​ລາຍ ​)

      ຕອນ​ເຊົ້າ​ວັນ​ທີ 24/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ລົງ​ກວດ​ຕາ​ສະພາບ​ໄພ​​ແຫ້ງ​ແລ້ງ​ຢູ່​ເມືອງ ຈືປື ​ແລະ ຈື​ເສ ​ແຂວງ​ຢາ​ລາຍ ​ເພື່ອ​ຊີ້​ນຳ​ວຽກ​ງານ​ຕ້ານ​ໄພ​ແຫ້ງ​ແລ້ງ​ໃນ​ສະ​ເພາະ​ໜ້າ ກໍ່​ຄື​ຍາວ​ນານ​ຢູ່​ເຂດ ​ໄຕ​ງວຽນ. ທີ່​ບັນດາ​ທ້ອງ​ຖິ່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ລະ​ດົມ​ກຳລັງ​ໃຈ​ແກ່​ພໍ່​ແມ່​ປະຊາຊົນ​ຈົ່ງສາມັກຄີ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ຫຍຸ້ງຍາກ; ພ້ອມ​ທັງ​ຊີ້​ນຳ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ ຢາ​ລາຍ ຜັນ​ຂະຫຍາຍ​ມາດ​ຕະການ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ເຂດ​ຖື​ກ​ປະສົມໄພ​ແຫ້ງ​ແລ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:
        “ການ​ນຳ​ທ້ອງ​ຖິ່ນ​ຄວນ​ລົງ​ຢ້ຽມຢາມ​ພໍ່​ແມ່​ປະຊາຊົນ ​ເພື່ອ​​ຖາມ​ຂ່າວ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຄື​ແນວ​ໃດ, ​ໄພ​ແຫ້ງ​ແລ້ງ​ຄື​ແນວ​ໃດ. ອຳນາດ​ການ​ປົກຄອງ, ໜ່ວຍ​ພັກ​ຢູ່​ທ້ອງ​ຖິ່ນ​ຕ້ອງ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໂດຍ​ພື້ນຖານ​ໃຫ້​ປະຊາຊົນ. ກ່ອນ​ອື່ນໝົດ ບໍ່​ປະ​ໃຫ້​ປະຊາຊົນຖືກ​ອຶດ​ຫິວ, ທີ​ສອງ​ແມ່ນ​ຮັບປະກັນ​ນ້ຳ​ດຶ່ມສະອາດ, ບໍ່​​​ປະໃຫ້​ໂລກ​ພະຍາດ​ເກີດ​ຂຶ້ນ. ພວກ​ຂ້າພະ​ເຈົ້າ​ສະ​ເໜີ ພໍ່​ແມ່​ປະຊາຊົນ​ຄົ້ນຄວ້າ, ອາດ​ຈະ​ທົດ​ແທນ​ການ​ບໍ່​ປູກ​ເຂົ້າ ດ້ວຍ​ການ​ປຸກ​ຕົ້ນ​ໄມ້​ອື່ນໆ.”
        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ກຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ,  ​ແລະ ທ່ານລັດຖະມົນຕີ​ວ່າ​ການ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົ​ນນະ​ບົດ​ພ້ອມ​ກັບ​ບັນ​ດາ​ສະມາຊິກ​​ໃນຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ຊີ້ນ​ຳ​ເຂດ​ໄຕ​ງວຽນ, ​​ແຂວງ​ຢາ​ລາຍ ​ແລະ ບັນດາ​ແຂວງ​ໃນ​ເຂດ​ໄຕ​ງວຽນ ກ່ຽວ​ກັບ​ສະພາບ​​ໄພ​ແຫ້ງ​ແລ້ງ ​ແລະ ບັນດາ​ມາ​​ດຕະການ​ປ້ອງ​ກັນ ​ແລະ ​ຕ້ານ​ໄພ​ແຫ້ງ​ແລ້ງ.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top