• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດສະຕາລີ ສືບຕໍ່ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ

ຍອດທຶນ ODA ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາໃຫ້ແກ່ປີການເງິນ 2024 – 2025 ແມ່ນ 63,6 ລ້ານ USD, ເພີ່ມຂຶ້ນເກືອບ 4 ຕື້ USD ເມື່ອທຽບໃສ່ປີການເງິນກ່ອນນັ້ນ.
(ທ່ານນາຍົກລັດຖະມົນຕີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມຂັ້ນສູງພິເສດ ອົດສະຕາລີ - ອາຊຽນ ປີ 2024)

ວັນທີ 14 ພຶດສະພາ, ລັດຖະບານ ອົດສະຕາລີ ໄດ້ປະກາດແຜນງົບປະມານໃຫ້ແກ່ປີການເງິນ 2024 – 2025, ໃນນັ້ນ, ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທຶນຊ່ວຍເຫຼືອ ພັດທະນາເປັນທາງການ (ODA) ໃຫ້ແກ່ຫຼາຍພາກພື້ນ ແລະ ປະເທດ, ໃນນັ້ນມີ ຫວຽດນາມ.

        ລະອຽດແມ່ນ, ສະເພາະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນ 860 ລ້ານ USD ເພື່ອໜູນຊ່ວຍພາກພື້ນນີ້, ສຸມໃສ່ບັນດາຄວາມມານະພະຍາຍາມເພື່ອຊ່ວຍພາກພື້ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໜູນຊ່ວຍຄົນພິການ, ປະຊາຄົມທີ່ມີຄວາມສ່ຽງສູງ. ສິ່ງທີ່ໜ້າສົນໃຈແມ່ນ, ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະຫງວນປ້ວງເງິນ 148 ລ້ານ USD ເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ.

        ສຳລັບ ຫວຽດນາມ, ຍອດທຶນ ODA ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາໃຫ້ແກ່ປີການເງິນ 2024 – 2025 ແມ່ນ 63,6 ລ້ານ USD, ເພີ່ມຂຶ້ນເກືອບ 4 ຕື້ USD ເມື່ອທຽບໃສ່ປີການເງິນກ່ອນນັ້ນ. ກ່ຽວກັບຂົງເຂດໜູນຊ່ວຍ, ນອກຈາກເສົາຄ້ຳຫຼັກແມ່ນຄວາມໝັ້ນຄົງ, ສາທາລະນະສຸກ, ຄວາມສະຖຽນລະພາບ ແລະ ການຟື້ນຟູເສດຖະກິດແລ້ວ, ອົດສະຕາລີ ກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມກ່ຽວກັບດິນຟ້າອາກາດຢູ່ ຫວຽດນາມ ຜ່ານໂຄງການ Aus4Adaptation.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top