• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການຕາງໜ້າຫວຽດນາມເພີ່ມທະວີການໂຄສະນາພາບພົດຫວຽດນາມເຖິງເພື່ອນມິດສາກົນ

      ຕອນບ່າຍວັນທີ 12/7, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບບັນດາທ່ານເອກອັກຄະລັດຖະທູດ,

ພາບປະກອບ
      ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2017-2020 ກ່ອນທີ່ເດີນທາງໄປເຮັດໜ້າທີ່ການທູດຢູ່ຕ່າງປະເທດ. ທ່ານເລຂາທິການໃຫຍ່ຖືວ່າ, ໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນແປສັບສົນຫຼາຍຢ່າງ, ບັນດາຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍາມໃດກໍ່ຕ້ອງເຂົ້າໃຈ ແລະ ເຮັດວຽກຢ່າງຖືກຕ້ອງຕາມບົດບາດໜ້າທີ່ຂອງຕົນ; ກຳແໜ້ນແຜນນະໂຍບາຍ, ແນວທາງຂອງພັກ, ຂອງລັດ, ປະເທດທີ່ຕົນປະຕິບັດງານ. ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ແມ່ນບັນດາຜູ້ທີ່ມີເງື່ອນໄຂສຳຜັດກັບຫຼາຍບັນດາຂໍ້ມູນຂ່າວການເມືອງ, ເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ຕະຫຼາດໂລກຢ່າງໄວ, ດັ່ງນັ້ນຄວນເພີ່ມທະວີວຽກງານຄົ້ນຄ້ວາ, ຄາດຄະເນ, ເປັນເສນາທິການໃຫ້ການນຳມີບັນດາລັດຖະນະໂຍບາຍຢ່າງຖືກຕ້ອງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ເນັ້ນໜັກວ່າ, ບັນດາ ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຄວນເຮັດວຽກງານປົກປ້ອງປະຊາຊົນ, ເປັນຂົວຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ; ເພີ່ມທະວີການໂຄສະນາພາບພົດ ຫວຽດນາມ ເຖິງເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top