• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ​ ຖະ​ແຫຼງ​ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢ່າງ​ສິ້ນ​ເຊີງ

ອີຣານ ປາດຖະໜາຢາກ “ຢຸດຕິການປະທະກັນໃນປັດຈຸບັນກັບ ອາເມລິກາ ແລະ ອິດສະຣາແອັນ ຢ່າງສິ້ນເຊີງ. ນີ້ແມ່ນສານໂດຍທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ໄດ້ຍົກອອກມາໃນການໂອ້ລົມທາງໂທລະສັບກັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໃນວັນທີ 26 ມີນາ.
  ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ: Iran's Presidential website/WANA/Handout via REUTERS)  

ທ່ານປະທານາທິບໍດີ Pezeshkian ໃຫ້ຮູ້ວ່າ ເຕເຮຣານ ເດີນຕາມມາດຕະການສິ້ນສຸດສົງຄາມຢ່າງຮອບດ້ານ, ໄປຄຽງຄູ່ກັບການຮັບປະກັນກ່ຽວກັບສັນຕິພາບແບບຍາວນານໃນພາກພື້ນ. ພ້ອມດຽວກັນນັ້ນ,  ທ່ານ Pezeshkian ກໍຕີລາຄາສູງຫຼັກໝັ້ນຂອງ ມາເລເຊຍ ທີ່ໄດ້ກ່າວປະນາມການບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງ ອີຣານ, ຖືນີ້ແມ່ນການສະໜັບສະໜູນໂດຍມີຫຼັກການຕໍ່ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.  

ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ໄດ້ແບ່ງປັນກັບ ອີຣານ ຕໍ່ບັນດາຜົນເສຍຫາຍໂດຍການປະທະກັນກໍ່ຂຶ້ນ, ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນຄັດຄ້ານທຸກການກະທຳລະເມີດອະທິປະໄຕແຫ່ງຊາດ. ການນຳ ມາເລເຊຍ ກໍຮຽກຮ້ອງໃຫ້ຕ້ອງມີບັນດາການຮັບປະກັນສາກົນ ແນໃສ່ສະກັດກັ້ນບໍ່ໃຫ້ບັນດາການປະທະກັນເກີດຂຶ້ນອີກໃນອະນາຄົດ.

ໃນການຜັນແປທີ່ກ່ຽວຂ້ອງ, ກໍໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອີຣານ ໄດ້ອະນຸຍາດໃຫ້ກ່ຳປັ່ນຂົນສົ່ງນ້ຳມັນ 10 ລຳໄປຜ່ານຊ່ອງແຄບທະເລ Hormuz ຄືດັ່ງເປັນ “ການກະທຳທີ່ມີເຈດຕະນາດີ” ໃນສະພາບການບັນດາການເຈລະຈາແນໃສ່ຢຸດຕິການປະທະກັນລະຫວ່າງສອງຝ່າຍພວມດຳເນີນ.

່(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top