• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ​ ກ່າວ​ເຕືອນ “ເສັ້ນ​​ແດງ” ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ

ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ
ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (ພາບ: IRNA/TTXVN)
ວັນທີ 1 ມິຖຸນາ, ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (AEOI) ໄດ້ຢັ້ງຢືນວ່າ ໂຄງການເສີມທາດ ຢູຣານຽນແມ່ນພື້ນຖານຂອງຂົງເຂດອຸດສາຫະກຳ ນິວເຄຼຍ ແລະ ແມ່ນ ເສັ້ນແດງ ສຳລັບ ເຕເຮຣານ. ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ແລະ ລາຍງານຢ່າງຮອບດ້ານ ໂດຍອົງການພະລັງງານປະລາມານູ ສາກົນ (IAEA) ຮຽບຮຽງ ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ເຕເຮຣານ ໂດຍສື່ມວນຊົນປະກາດໃນວັນທີ 31 ພຶດສະພາ. ທ່ານ Eslami ເນັ້ນໜັກວ່າ ອີຣານ ມີສິດເສີມທາດ ຢູຣານຽນ. ນີ້ແມ່ນໜຶ່ງໃນບັນດາສິດທິຂອງອີຣານ ແລະ ແມ່ນຄວາມຕ້ອງການໂດຍພື້ນຖານເພື່ອພັດທະນາເຕັກໂນໂລຢີ ນິວເຄຼຍ. ຜູ້ນຳໜ້າ AEOI ກ່າວຫາ ບົດລາຍງານຫວ່າງມໍ່ໆມານີ້ ຂອງ IAEA ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້ຮຽບຮຽງພາຍໃຕ້ຜົນກະທົບຂອງ ຝລັ່ງ, ເຢຍລະມັນ, ອັງກິດ, ອາເມລິກາ ແລະ ອິດສະລາແອັນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍອມຮັບວ່າປະສົບກັບຄວາມຫຍຸ້ງຍາກໃນການເຈລະຈາທາງການຄ້າກັບ ຈີນ.

Top