• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ບຸກ​ໂຈມ​ຕີ​ກຳ​ປັ່ນ​ຂອງ ອາ​ເມ​ລິ​ກາ

ບັນ​ດາ​ກຳ​ປັ່ນ​ຂອງ ອາ​ເມ​ລິ​ກາ ຖືກ​ເປ​ເພ່ ແລະ ​ຕ້ອງຖອນ​ກັບ​ເຂດ​ອ່າວ ໂອ​ມານ
  ກຳ​ປັ່ນ USS Rafael Peralta (ພາບ: US Navy)  

ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ພວມ​ເພີ່ມ​ຂຶ້ນ​ຄືນ​ໃໝ່ ຂະ​ນະ​ທີ່​ມີ​ຂ່າວ​ຢ່າງ​ລຽນ​ຕິດ​ກ່ຽວ​ກັບ​ບັນ​ດາ​ການ​ສູ້​ຢັນ​ກັນ​ທີ່​ຮ້າຍ​ແຮງ​ລະ​ຫວ່າງ ອີ​ຣານ ແລະ ອາ​ເມ​ລິ​ກາ ໃນ​ເຂດ​ອ່າວ​ເປີ​ເຊຍ. ວັນ​ທີ 7 ພຶດ​ສະ​ພາ, ສື່ມວນ​ຊົນ ອີ​ຣານ ຢັ້ງ​ຢືນ​ວ່າ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ເທດນີ້ ໄດ້​ຍິງ​ລູກ​ສອນ​ໄຟ ແລະ ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ກຳ​ປັ່ນ 3 ລຳ​ຂອງ ອາ​ເມ​ລິ​ກາ ຢູ່ມໍ່​ກັບ​ເຂດ​ຊ່ອງແຄບ​ທະ​ເລ Hormuz.

ຕາມສຳ​ນັກ​ຂ່າວ​ສານ Tasnim ຂອງ ອີ​ຣານ, ບັນ​ດາ​ກຳ​ປັ່ນ​ຂອງ ອາ​ເມ​ລິ​ກາ ຖືກ​ເປ​ເພ່ ແລະ ​ຕ້ອງຖອນ​ກັບ​ເຂດ​ອ່າວ ໂອ​ມານ. ໃນ​ວັນ​ດຽວ​ກັນ, ພາຍຫຼັງ​ບັນ​ດາ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ຂອງ ອີ​ຣານ, ກອງ​ທັບ ອາ​ເມ​ລິ​ກາ ກໍ່​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ “ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ” ແນ​ໃສ່​ເຂດ Bandar Abbas ແລະ ເກາະ ຂອງ Qeshm ອີ​ຣານ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ຕາມ​ຝ່າຍ ອາ​ເມ​ລິ​ກາ, ບັນ​ດາ ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ນີ້ ບໍ່​​ມີ​ຄວາມ​ໝາຍຄື​ກັນ​ກັບ​ເລື່ອງ ວໍ​ຊິງ​ຕັນ ເຊື່ອມ​ຕໍ່​ການ​ສູ້​ຮົບ​ທີ່​ມີ​ຂອບ​ຂະ​ໜາດ​ໃຫ່​ຍ​​ຕ້ານ​ຄືນ ອີ​ຣານ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ນຳ​ສາຍ​ພົວ​ພັນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ນຳ​ສາຍ​ພົວ​ພັນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຕອ​ນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ຢູ່ Cebu, ຟີ​ລິບ​ປິນ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຮັບ​ປະ​ທານ​ອາ​ຫານ​ເຊົ້າ, ເຮັດ​ວຽກ​ກັບ​ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ.

Top