ບັນດາກຳປັ່ນຂອງ ອາເມລິກາ ຖືກເປເພ່ ແລະ ຕ້ອງຖອນກັບເຂດອ່າວ ໂອມານ
ກຳປັ່ນ USS Rafael Peralta (ພາບ: US Navy)
ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ພວມເພີ່ມຂຶ້ນຄືນໃໝ່ ຂະນະທີ່ມີຂ່າວຢ່າງລຽນຕິດກ່ຽວກັບບັນດາການສູ້ຢັນກັນທີ່ຮ້າຍແຮງລະຫວ່າງ ອີຣານ ແລະ ອາເມລິກາ ໃນເຂດອ່າວເປີເຊຍ. ວັນທີ 7 ພຶດສະພາ, ສື່ມວນຊົນ ອີຣານ ຢັ້ງຢືນວ່າກຳລັງປະກອບອາວຸດປະເທດນີ້ ໄດ້ຍິງລູກສອນໄຟ ແລະ ກໍ່ຄວາມເສຍຫາຍໃຫ້ແກ່ກຳປັ່ນ 3 ລຳຂອງ ອາເມລິກາ ຢູ່ມໍ່ກັບເຂດຊ່ອງແຄບທະເລ Hormuz.
ຕາມສຳນັກຂ່າວສານ Tasnim ຂອງ ອີຣານ, ບັນດາກຳປັ່ນຂອງ ອາເມລິກາ ຖືກເປເພ່ ແລະ ຕ້ອງຖອນກັບເຂດອ່າວ ໂອມານ. ໃນວັນດຽວກັນ, ພາຍຫຼັງບັນດາການກະທຳດ້ານການທະຫານຂອງ ອີຣານ, ກອງທັບ ອາເມລິກາ ກໍ່ໄດ້ດຳເນີນການບຸກໂຈມຕີທາງອາກາດ “ທີ່ມີລັກສະນະປ້ອງກັນຕົວ” ແນໃສ່ເຂດ Bandar Abbas ແລະ ເກາະ ຂອງ Qeshm ອີຣານ. ແຕ່ເຖິງແນວນັ້ນກໍ່ຕາມ, ຕາມຝ່າຍ ອາເມລິກາ, ບັນດາ ການບຸກໂຈມຕີທາງອາກາດນີ້ ບໍ່ມີຄວາມໝາຍຄືກັນກັບເລື່ອງ ວໍຊິງຕັນ ເຊື່ອມຕໍ່ການສູ້ຮົບທີ່ມີຂອບຂະໜາດໃຫ່ຍຕ້ານຄືນ ອີຣານ.