• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ໃນ BRICS

ວັນ​ທີ 23 ມິ​ຖຸ​ນາ, ທ່ານ ຫວາງ​ອີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຮຽກ​ຮ້ອງ​ໃຫ້ ຈີນ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ປະ​ສານ​ສ​ົມ​ທົບ, ຊຸກ​ຍູ້​ກົນ​ໄກ​ກຸ່ມ​ບັນ​ດາ​ພື້ນ​ຖານ​​ເສດ​ຖະ​ກິດຫາ​ກໍ່​ພົ້ນ​ເດັ່ນ (BRICS) ສືບ​ຕໍ່​ພັດ​ທະ​ນາ, ກາຍ​ເປັນ​ກຳ​ລັງ​ແກ່ນ​ສານ​ຂອງ​ທາງ​ທິດ​ໃຕ້​ທົ່ວ​ໂລກ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ BRICS ຢູ່ ອິນ​ເດຍ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ)

ໃນຂໍ້​ມູນ​ທີ່​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ທ່ານ ຫວາງ​ອີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Sergei Shoigu ​ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ພັນ ລັດ​ເຊຍ ຢູ່ນອກກອງ​ປະ​ຊຸມ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ BRICS ຄັ້ງ​ທີ 16 ຢູ່ New Delhi, ອິນ​ເດຍ ແຕ່​ວັນ​ທີ 22 – 23 ມິ​ຖຸ​ນາ.

ໃນ​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ ຢັ້ງ​ຢືນ​ວ່າ ປັກ​ກິ່ງ​ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ມົດ​ສະ​ກູ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ຮອບ​ດ້ານ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທົ່ວ​ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ບັນດາຂົງເຂດທີ່ກຸ່ມບໍລິສັດ Maersk ພວມລົງທຶນ ແລະ ມີຄວາມສົນໃຈ

Top