• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຣານ ຕີລາຄາມື້ທຳອິດຂອງການເຈລະຈາກັບ ອາເມລິກາ ຢ່າງຕັ້ງໜ້າ

ຕອນຄ່ຳວັນທີ 06 ກຸມພາ, ລັດຖະມົນຕີການຕ່າງປະເທດ ອີຣານ ຢືນຢັນວ່າ ບັນດາການເຈລະຈາກັບຜູ້ຕາງໜ້າ ອາເມລິກາ ຢູ່ ໂອມານ ໃນວັນດຽວກັນໄດ້ດຳເນີນໄປຢ່າງຕັ້ງໜ້າ, ເຖິງວ່າຍັງບໍ່ທັນໄປເຖິງຂໍ້ຕົກລົງລະອຽດໃດ.
ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ແລະ ຄະນະຜູ້ແທນ (ພາບ: ກະຊວງການຕ່າງປະເທດ ອີຣານ/REUTERS)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງຮອບການເຈລະຈາແບບເຊິ່ງໜ້າ 2 ຄັ້ງກັບທ່ານ Steve Witkoff, ທູດພິເສດ ອາເມລິກາ ຢູ່ນະຄອນຫຼວງ Muscat ຂອງ ໂອມານ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຕີລາຄາວ່າ ບັນດາການເຈລະຈາໄດ້ດຳເນີນໄປໃນບັນຍາກາດຕັ້ງໜ້າທີ່ສຸດ, ແມ່ນບາດກ້າວເລີ່ມຕົ້ນຢ່າງດີງາມ. 2 ຝ່າຍໄດ້ເຫັນດີສືບຕໍ່ດຳເນີນບັນດາການພົບປະໃນໄລຍະຈະມາເຖິງ. ກ່ຽວກັບເນື້ອໃນການເຈລະຈາ, ທ່ານ Abbas Araghchi ຢືນຢັນວ່າ ບັນດາການເຈລະຈາພຽງແຕ່ສຸມໃສ່ເຂົ້າບັນຫານິວເຄຼຍ, ຝ່າຍ ອີຣານ ບໍ່ເຕື້ອງເຖິງບໍ່ວ່າຫົວຂໍ້ໃດໆຕື່ມອີກ.

ທ່ານ Sayyid Badr bin Hamad Al Busaidi ລັດຖະມົນຕີການຕ່າງປະເທດ ໂອມານ, ຜູ້ສວມບົດບາດເປັນກາງໄກເກ່ຍລະຫວ່າງ 2 ຄະນະຜູ້ແທນເຈລະຈາ ກໍ່ຢືນຢັນວ່າ ບັນດາການເຈລະຈາລະຫວ່າງ ອາເມລິກາ - ອີຣານ ຢູ່ Muscat ໃນວັນທີ 06 ກຸມພາ ໄດ້ດຳເນີນໄປຢ່າງມີປະໂຫຍດ. ຝ່າຍ ອາເມລິກາ ສະແດງຄວາມຫວັງວ່າ ໃນບັນດາການເຈລະຈາຄັ້ງຕໍ່ໄປ, ຝ່າຍ ອີຣານ ຈະຍົກອອກການປະນິປະນອມກ່ຽວກັບບັນຫານິວເຄຼຍຫຼາຍພໍສົມຄວນ.

(ແຫຼ່ງຄັດຈາກ VOV)

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”.

Top