• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ໂດ​ເນ​ເຊຍ ແກ້​ໄຂ​ເຫດ​ດິນ​ເຊາະ​ເຈື່ອນ ເຮັດ​ໃຫ້ 80 ຄົນ​ເສ​ຍຊີ​ວິດ

ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua, ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.
ກຳລັງກູ້ໄພກູຊີບພວມຄົ້ນຫາ ຜູ້ປະສົບເຄາະຮ້າຍ (ພາບ: REUTERS/Ajeng Dinar Ulfiana)
ວັນທີ 2 ກຸມພາ, ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ມານະພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດດິນເຊາະເຈື່ອນຢ່າງຮ້າຍແຮງ ທີ່ເກີດຂຶ້ນຢູ່ແຂວງ Java ຕາເວັນຕົກ ໃນວັນທີ 24 ມັງກອນ, ເມື່ອຈຳນວນຜູ້ເສຍຊີວິດ ໄດ້ເພີ່ມຂຶ້ນກ່ວາ 80 ຄົນແລ້ວ. ຜູ້ຮັບຜິດຊອບຫ້ອງການຄົ້ນຫາ ແລະ ກູ້ໄພກູ້ຊີບ  Bandung ໃຫ້ຮູ້ວ່າ ໄລ່ຮອດເວລາ 11 ໂມງ 45 ນາທີຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ບັນດາສົບທີ່ຄົ້ນພົບ ໄດ້ຖືກຍ້າຍອອກຈາກສະຖານທີ່ເກີດເຫດແລ້ວ.ການເຄື່ອນໄຫວຄົ້ນຫາພວມໄດ້ຮັບການຜັນຂະຫຍາຍດ້ວຍວັດຖຸອຸປະກອນທີ່ທັນສະໄໝ ທັງດ້ວຍກຳລັງແຮງຄົນ ຍ້ອນຄວາມສ່ຽງ ດິນເຊາະເຈື່ອນຈະສືບຕໍ່ເກີດຂຶ້ນ. ເຫດດິນເຊາະເຈື່ອນເກີດຂຶ້ນໃນວັນທີ 24 ມັງກອນ ຢູ່ເຂດ Cisarua,  ເມືອງ Bandung ຕາເວັນຕົກ ສົ່ງຜົນສະທ້ອນເຖິງ 158 ຄົນ, ບັງຄັບປະຊາຊົນ 564 ຄົນ ໃນ 164 ຄອບຄົວຕ້ອງອົບພະຍົບລີ້ໄພ ແລະ ເຮັດໃຫ້ເຮືອນຊານຖືກເປເພຢ່າງໜ້ອຍສຸດ 48 ຫຼັງ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top