• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ນະ​ຄອນຫຼວງ​ໃໝ່​ໃຫ້​ສົມ​ບູນ​ແບບ​ກ່ອນ​ວັນ​ຊາດ ປີ 2024

ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ
  ພາບປະກອບ: TTXVN  
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ພຶດສະພາ, ຢູ່ຈາກາຕາ, ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳສາທາລະນະ ແລະ ເຮືອນຢູ່ ອິນໂດເນເຊຍ Basuki Hadimuljono  ປະກາດວ່າ ປະເທດນີ້ຈະ ສ້າງບັນດາພື້ນຖານໂຄງລ່າງຫຼັກຂອງນະຄອນຫຼວງໃໝ່ Nusantara ໃຫ້ສົມບູນແບບກ່ອນວັນຊາດຂອງປະເທດນີ້ໃນປີ 2024. ທ່ານ Basuki ເນັ້ນໜັກວ່າ ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ. ລັດຖະບານອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງບັນດາບໍລິສັດເອກະຊົນ, ວິສາຫະກິດຕ່າງປະເທດຄົ້ນຄ້ວາໂອກາດມາລົງທຶນຢູ່ນະຄອນຫຼວງໃໝ່ນີ້.

(ແຫຼ່ງຄັດຈາກ VOV)

Festival ທັງ​ລອງ ຮ່າ​ໂນ້ຍ ຄັ້ງ​ທີ II ປີ 2026 ມີ​ຫົວ​ຂໍ້ ກະ​ແສ​ມໍ​ລະ​ດົກ - Heritage Flow

Festival ທັງ​ລອງ ຮ່າ​ໂນ້ຍ ຄັ້ງ​ທີ II ປີ 2026 ມີ​ຫົວ​ຂໍ້ “ກະ​ແສ​ມໍ​ລະ​ດົກ - Heritage Flow”

ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ Festival ທັງ​ລອງ - ຮ່າ​ໂນ້ຍ ​ຄັ້ງ​ທີ I ປີ 2025, Festival ທັງ​ລອງ - ຮ່າ​ໂນ້ຍ​​ຄັ້ງ​ທີ II ປີ 2026 ດ້ວຍ​ຫົວ​ຂໍ້ “ກະ​ແສມ​ໍ​ລະ​ດົກ - Heritage Flow” ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 11 – 20 ກັນ​ຍາ 2026, ຢູ່​ຮ່າ​ໂນ້ຍ.

Top